ອັດກອງປະຊຸມເຈົ້າໜ້າທີ່ຂັ້ນສູງອະນຸພາກພື້ນແມ່ນ້ຳຂອງ COMMIT

ອັດກອງປະຊຸມເຈົ້າໜ້າທີ່ຂັ້ນສູງອະນຸພາກພື້ນແມ່ນ້ຳຂອງ COMMIT - ảnh 1  
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: cand.com.vn)
ພາຍຫຼັງ 2 ມື້​ແຫ່ງ​ການ​ເຮັດ​ວຽກ, ວັນ​ທີ 15/2, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານການ​ຄ້າ​ມະນຸດ ​ໄດ້​ຮັບຮອງ​ເອົາ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ຍື່ນ​ຕໍ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 16/2. ກ່າວ​ຄວາມ​ເຫັນ​ອັດ​ກອງ​ປະຊຸມ, ພົນ​ຈັດຕະວາ ຫວູຮຸ່ງ​ເວື​ອງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫຼວດ, ກະ​ຊວງ ຕຳຫຼວດ​ໃຫ້​ຮູ້​ວ່າ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 6 ປະ​ເທດ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ໄດ້​ກວດກາ ​ແລະ ຕີ​ລາຄາ​ໝາກຜົນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ​ແຜນການ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄລຍະ 2 (2008-2010), ກໍ່​ຄື​ປຶກສາ​ຫາລື ​ແລະ ສ້າງ​ສຳ​ເລັດ​ແຜນການ​ໄລຍະ 3 (2012-2013) ດ້ວຍ​ຫຼາຍ​ຈຸດ​ໃໝ່. ບັນດາ​ຜູ້​ແທນ​ກໍ່​ເຕື້ອງ​ເຖິງ​ເລື່ອງ ​ເພີ່ມຈຳນວນ​ສະມາຊິກ, ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ​ຕິດ​ຕໍ່​ພົວພັນ​ໃນ​ຂອບ​ເຂດ ”ຂໍ້​ລິ​ເລີ່​ມຮ່ວມ​ມື​ຂັ້ນ​ລັດຖະມົນຕີ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ” ​ເຊິ່ງ​ເອີ້ນ​ຫຍໍ້​ວ່າ COMMIT, ​ເພື່ອ​ແນ​ໃສ່​ຮັບປະກັນ​ລັກສະນະ​ໝັ້ນຄົງ​ຂອງ​ຮູບ​ແບບ​ຮ່ວມ​ມື​ນີ້. ພົນ​ຈັດຕະວາ ຫວູຮຸ່ງ​ເວື​ອງ, ​ເວົ້າ​ວ່າ

“ຂ້າພະ​ເຈົ້າ​ຫວັງ​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ສືບ​ຕໍ່​ສົມທົບ​ກັນ​ປະ​ຕິບັດ​ວິວັດ​ການ COMMIT ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຄວບ​ຄຸມ ​ແລະ ຍູ້​ອາດຊະຍາ​ກຳ​ການ​ຄ້າ​ມະນຸດ​ໃຫ້​ຖອຍ​ໄປ ບໍ່​ພຽງ​ແຕ່​ຢູ່​ລະດັບ​ພາກ​ພື້ນ​ເທົ່າ​ນັ້ນ ຫາ​ກຍັງຢູ່​ແຕ່ລະ​ປະ​ເທດ​ສະມາຊິກ​ຂອງ​ພວກ​ເຮົາ​ອີກ​ດ້ວຍ. ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ສະ​ເໜີ​ໃຫ້​ບັນດາ​ປະ​ເທດ, ບັນດາ​ອົງການ​ສາກົນ, ບັນດາ​ນັກ​ອຸປະຖ​ຳບັນດາ​ອ​ົງການຈັດ​ຕັ້ງສັງຄົມ​ພົນ​ລະ​ເຮືອນ​ສືບ​ຕໍ່​ຮ່ວມ​ມື, ​ເອ​ົາ​ໃຈ​ໃສ່, ສະ​ຫງວນຄວາມ​ຮັກ​ແພງ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ​ດ້ວຍ​ບັນດາ​ບົດຮຽນ ​ແລະ ການ​ເງິນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ເວົ້າ​ລວມ ​ແລະ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ການປະຕິບັດ​ແຜນການ COMMIT ​ໄລຍະ 2011 - 2013”

        ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ອົງການ​ສາກົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່​ມີ​ວາລະ​ປຶກສາ​ຫາລື​ສະ​ເພາະ​ກ່ຽວ​ກັບ​ບົດບາດ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ຍົກ​ສູງ​ສະຕິ​​ໃນການ​ນຳ​ໃຊ້​ຄົນ​ງານ​ຢ່າງ​ຖືກ​ຕ້ອງຕາ​ມກົດໝາຍ, ປະກອບສ່ວນ​ສະ​ກັດ​ກັ້ນ​ໄພ​ການ​ຄ້າ​ມະນຸດ.

                                                                                ຢ້ຽວລີ​ນ

ຕອບກັບ

ຂ່າວ/ບົດ​ອື່ນ