ອັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ພັກກອມມູນິດຈີນຄັ້ງທີ 18

ອັດກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ພັກກອມມູນິດຈີນຄັ້ງທີ 18 - ảnh 1

ບັນດາ​ຜູ້​ແທນ​ໃນກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18

(ພາບ:ອິນ​ເຕີ​ແນັດ)

(VOV)- ​ຕອນ​ເຊົ້າວັນ​ທີ 14/11, ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 18 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ພາຍຫຼັງ​ດຳ​ເນີນ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 7 ວັນ. ທີ່​ວາລະ​ອັດ​ກອງ​ປະຊຸມ​ໃຫ່ຍ​ໄດ້​ຮັບຮອງ​ເອົາ​ມະຕິ​ລາຍ​ງານ​ການ​ເມືອງ, ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ກວດກາ​ວິ​ໄນ​ສູນ​ກາງ​ຊຸດ​ທີ 17, ມະຕິ​ກົດ​ລະບຽບພັກ​ສະບັບ​ປັບປຸງ ​ແລະ ​ເລືອ​ກຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຈີນ​ຊຸດ​ທີ 18. ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 18 ຊີ້​ແຈງ​ວ່າ: ພັກ​ກອມ​ມູນິດ​ຈີນ​ ​ໄດ້​ດຳ​ເນີນ​ການ​ປັບປຸງ​ກົດ​ລະບຽບພັກ, ຖື​ການ​ປະຕິ​ຮູບ​ເປີດ​ປະຕູ​ແມ່ນ​ເສັ້ນທາງ​ເພື່ອ​ສ້າງສາ​ປະ​ເທດ​ຈີນ ​ເຂັ້ມ​ແຂງ​ກ່ວາ ​ແລະ ​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ສຳຄັນ​ທີ່​ສຸດ​ຂອງ​ໄລຍະ​ພັດທະນາ​ໃໝ່​ຢູ່​ຈີນ. ຖື​ທັດສະນະ​ພັດທະນາ​ວິທະຍາສາດ​​ແມ່ນ​ສ່ວນ​ໜຶ່ງ​​ໃນການ​ກຳນົດ​ທິດທາງເຄື່ອນ​ໄຫວຂອງພັກ​ກອມ​ມູນິດ​ຈີນ. ພັກ​ກອມ​ມູນິດ​ຈີນ​ ​ໄດ້ສົມທົບ​ລະບົບ, ​ເສັ້ນທາງ ​ແລະ ທິດ​ສະ​ດີ​ລັດທິ​ສັງຄົມ​ນິຍົມ​ມີ​ຈຸດ​ພິ​ເສດສະ​ເພາະ​ຈີນ ຢ່າງ​ແໜ້ນ​ແຟ້ນ​ໃນ​ກົດ​ລະບຽບພັກ. ບັນດາ​ສະມາຊິກ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຖື​ທັດສະນະ​ພັດທະນາ​ວິທະຍາສາດເປັນ​ສຳຄັນ ພ້ອມ​ກັບ​ທິດ​ສະ​ດີມາກ-​ເລ​ນິນ, ​ແນວ​ຄິດ​ ​ເໝົາ​ຈືຕົງ, ທິດ​ສະ​ດີ​ ​ເຕິ້ງ​ສຽວ​ຜິ​ງ ​ແລະ ​ທິດ​ສະ​ດີ “ສາມ​ຕາງໜ້າ“. ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 18 ​ເນັ້ນໜັກວ່າ​ທັດສະນະພັດທະນາ​ວິທະຍາສາດ​ແມ່ນ​ການ​ສົມທົບ​ພູມ​ປັນຍາ​ລວມໝູ່​ຂອງ​ພັກ​ກອມ​ມູນິດ​ຈີນ ​ແມ່ນ​ແນວ​ຄິດ​ຍາວ​ນານ​ຂອງ​ພັກ.

 

 

 

 

ຂ່າວ/ບົດ​ອື່ນ