ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮົບເກົ່າທົ່ວປະເທດຊຸດທີ 5
(ພາບ: daibieunhandan.vn)
(vovworld) - ພາຍຫຼັງ 3 ມື້ ແຫ່ງການເຮັດວຽກ, ວັນທີ 20/12, ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮົບເກົ່າທົ່ວປະເທດຊຸດທີ 5 ໄດ້ອັດລົງ ແລະ ສະເໜີຄະນະບໍລິຫານງານສູນກາງ ສະມາຄົມນັກຮົບເກົ່າທົ່ວປະເທດຊຸດທີ 5, ລວມມີສະມາຊິກ 99 ທ່ານ, ແລະ ຄະນະປະຈຳສູນກາງສະມາຄົມລວມມີ 23 ທ່ານ. ທ່ານພົນໂທ ຫງວຽນວັນເດືອກ, ວິລະຊົນກຳລັງປະກອບອາວຸດ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບເລືອກຕັ້ງເປັນປະທານ ສະມາຄົມນັກຮົບເກົ່າຫວຽດນາມ ອາຍຸການ 2012-2017. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາທິດທາງ, ໜ້າທີ່ຊຸດທີ 5 ດ້ວຍ 8 ຄາດໝາຍຕົ້ນຕໍ່. ປະທານ ສະມາຄົມນັກຮົບເກົ່າຫວຽດນາມ ຊຸດທີ 5, ທ່ານພົນໂທ ຫງວຽນວັນເດືອກ ກ່າວວ່າ:
”ຂ້າພະເຈົ້າຄິດວ່າ, ກ່ອນອື່ນໝົດແມ່ນຕ້ອງສ້າງຄວາມສາມັກຄີຈາກຂັ້ນສູນກາງລົງຮອດຂັ້ນຮາກຖານ ເພື່ອສົມທົບກັບກຳລັງອື່ນໆ, ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງຂົນຂວາຍນັກຮົບເກົ່າ, ບັນດາສະມາຊິກກໍ່ສ້າງສະມາຄົມຂອງຕົນໃຫ້ໝັ້ນຄົງເຂັ້ມແຂງ ເພື່ອປະຕິບັດບັນດາໜ້າທີ່ ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກ, ເຂົ້າຮ່ວມຂະບວນການຕ່າງໆຂອງທົ່ວປະເທດ ເພື່ອຫຼົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງທ້ອງຖີ່ນ, ສົມເປັນບ່ອນອີງຂອງພັກ ແລະ ຂອງປະຊາຊົນ”