ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12

ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12 - ảnh 1
ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/03 ພາຍຫລັງ​ເຮັດ​ວຽກ​ມາເປັນ​ເວລາ 3 ວັນ, ກອງ​ປະຊຸ​ມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ອາຍຸ​ການ 2017 – 2022 ຖືກ​ອັດ​ລົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມມູນິດ ຫວຽດນາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ:

        “ວິທີ​ການ​ເຊິ່ງສະຫະພັນ​ແມ່ຍິງ​​ໄດ້​ເລືອກ​​ເຟັ້ນວາງຕົວ​ເລກ​ຄາດໝາຍ​ໃຫ້​ຂັ້ນ​ຮາກ​ຖານ​ແມ່ນ​ດີ​ທີ່​ສຸດ, ດັ່ງ​ນັ້ນ ​ແຕ່ລະ​ຮາກ​ຖານ​ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ສາມາດ​ປະຕິບັດເອງ. ດ້ວຍ​ບັນດາ​ຕົວ​ເລກ​ຄາດໝາຍ​ນີ້ ສະຫະພັນ​ແມ່ຍິງ ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ແນວ​ໂຮມ​ທົ່ວ​ປະ​ເທດ. ກອງ​ປະຊຸມ​ໃຫຍ່​ໄດ້​​ປຶກສາຫາລື, ຍົກ​ອອກ​ຄາດໝາຍ​ໃນ 5 ປີ ​ແມ່ນ​ໜູນ​ຊ່ວຍ​ສ້າງ​ຕັ້ງ ສະຫະກອນ 300 ​ແຫ່ງ ​ໂດຍ​ແມ່ຍິງ​ເປັນ​ເຈົ້າຂອງ. ນີ້​ແມ່ນ​ຈຸດ​ໃໝ່​ເມື່​ອທຽບ​ໃສ່​ອາຍຸ​ການ​ກ່ອນ. ຄອບຄົວ​ທຳ​ການ​ຜະລິດ​ດີ​ເດັ່ນ​ແມ່ນພວກ​ເຮົາ​ມີ​ຫລາ​ຍ ​ແຕ່ຄອບຄົວ​ທຳ​ການ​ຜະລິດນັ້ນບໍ່​ແມ່ນ​ຮູບ​ແບບ​ຍາວ​ນານ, ​ເໝາະສົມ​​ກັບ​ຕະຫລາດ​ເທື່ອ”.

        ທີ່​ວາລະ​ອັດ, ກອງ​ປະຊຸມ​ໃຫຍ່ ​ໄດ້​ຮັບຮອງ​ເອົາກົດ​ລະບຽບ​ສະຫະພັນ​ແມ່ຍິງ ຫວຽດນາມ (ປັບປຸງ, ​ເພີ່ມ​ເຕີ່​ມ​) ​ໃນ​ນັ້ນ​ມີ​ຫລາຍ​ຈຸດ​ໃໝ່, ​ເໝາະ​ສົມ​ກັບ​ບົດບາດ, ໜ້າ​ທີ່ ​ແລະ ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂະ​ບວນການ​ແມ່ຍິງ, ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​ໃນ​ໄລຍະ​ຈະ​ມາ​ເຖິງ.

       ພາຍ​ຫຼັງ​ວາ​ລະ​ອັດ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ທິ​ທຸ​ຮ່າ, ປະ​ທານ​ສະ​ພາ​ພັນ​ແມ່​ຍິງ​ຫວຽດ​ນາມ ຊຸດ​ທີ 12 ເປັນ​ເຂົ້າ​ພາບກອງ​ປະ​ຊຸມ​ຂ່າວ​ເພື່ອ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ