ອັດການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ

ອັດການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ - ảnh 1
ອັດການເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ
(ພາບ: TTXVN)


(vovworld) - ການ​ເສັງກາຍຍະສິນ3ປະເທດຫວຽດນາມ-ລາວ-ກຳປູເຈຍ ​ຖືກ​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄຳ່​ວັນ​ທີ 12/12 ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​​ການ​ແຂ່ງຂັນ​ມາ​ເປັນ​ເວລາ 5 ວັນ, ດ້ວຍ 34 ລາຍການ​ຂອງ​ນັກສະ​ແດງ ຫວຽດນາມ, ລາວ, ກຳປູ​ເຈຍ 200 ກວ່າ​ຄົນ. ຄະນະ​ຈັດ​ຕັ້ງ​ໄດ້ມອບ​ຫຼຽນຄຳ​ໃຫ້ 5 ລາຍການ, ຫຼຽນ​ເງິນ​ໃຫ້ 8 ລາຍການ. ນອກ​ນັ້ນ​ຄະນະ​ຈັດ​ຕັ້ງ​ຍັງ​ມອບ 3 ລາງວັນ​ໃຫ້: ຜູ້​ກຳກັບ​ການສະ​ແດງ, ຄູ​ເຝິກ​ທີ່​ດີ​ເດັ່ນ ​ແລະ ນັກສະ​ແດງ​ທີ່​ມີ​ຄວາມ​ສາມາດ​ທີ່​ສຸດ.

        ການ​ເສັງ​ກາຍຍະ​ສິນ 3​ ປະ​ເທດ​ຫວຽດນາມ-ລາວ-ກຳປູ​ເຈຍ 2015 ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ສຳຄັນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນຳ້​ໃຈ​ສາມັກຄີ, ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສາມ​ປະ​ເທດ. ການ​ເສັງ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ສະໜິດ​ຕິດ​ພັນ​ລະຫວ່າງ​ສາມ​ພື້ນຖານ​ວັດທະນະທຳ​ໃນ​ພາກ​ພື້ນ, ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນກາຍຍະ​ສິນ​ໜຸ່ມ​ມີ​ໂອກາດ​ໄດ້​ພົບ​ປະ​ແລກປ່ຽນ, ຮ່ຳ​ຮຽນ​ເອົາ​ບົດຮຽນ, ວິທີ​ປະດິດ​ສ້າງ​ສິລະ​ປະນຳ​ກັນ.

ຂ່າວ/ບົດ​ອື່ນ