ອັດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2015

ອັດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2015 - ảnh 1
ອັດງານຕະຫຼາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2015
(ພາບ: vnexpress.net)


(vovworld) – ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຫວຽດນາມປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ປະ​ເທດ​​ແຫ່ງບັນດາ​ມໍລະດົກ” ​ໂດຍ​ສະຫະສະມາຄົມທ່ອງ​ທ່ຽວ​ຫວຽດນາມ, ກົນ​ໃຫຍ່​ທ່ອງ​ທ່ຽວ​ ​ແລະ ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ ຖືກ​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 06/04, ພາຍ​ຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 4 ວັນ. ດ້ວຍ​ຮ້ານວາງສະ​ແດງ 500 ຮ້ານ ຂອງ 25 ປະ​ເທດ. ນ​ອກຈາກ​ການ​ຜັນ​ຂະຫຍາຍ​ລາຍການ​ສົ່ງ​ເສີມ​ການທ່ອງ​ທ່ຽວ​ບັນລຸ​ຜົນສຳ​ເລັດ, ສ້າງ​ກາລະ​ໂອກາ​ດພົບ​ບປະ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ນຳ​ກັນ, ງານ​ຕະຫຼາດນັດ​ຍັງ​ເປັນ​ເວທີ​ປາ​ໄສ​ໃຫຍ່​ກວ່າ​ໝູ່​ຂອງ​ຂະ​ແໜງ ດ້ວຍ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ​​ໂອ້​ລົມ​ສົນທະນາ ທີ່​ເຕືອງ​ເຖິງ​ຫຼາຍ​ບັນຫາ​​ເຄັ່ງຮ້ອນ​ຂອງ​ການທ່ອງທ່ຽວອີກ​ດ້ວຍ. ຢູ່​ທີ່​ນີ້, ບັນດາ​ວິ​ສາ​ຫະກິດ ​ແລະ ອົງການ​ສື່​ມວນ​ຊົນ​ໄດ້​ປຶກສາ​ຫາລື, ສະ​ເໜີ​ຕໍ່​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ສະພາບຈຳນວນ​ນັກ​ທ່ອງ​ທ່ຽວຖືກ​ຫຼຸດ​ລົງ, ​ເຮັດ​ໃຫ້ການທ່ອງທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ອັດ​ງານ​ຕະຫຼາດນັດ, ທ່ານ​ຫວູ​ເທ໋​ບິ່ງ, ຮອງ​ປະທານ​ສະຫະສະມາຄົມ​ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ງານ​ຕະຫຼາດນັດ​ສ້າງ​​ໄດ້ຮູບ​ພາບ​ຂອງ​ຕົນ ດ້ວຍ​ບັນດາ​ຮ້ານ​ວາງສະ​ແດງ​ທີ່​ກວ້າງ​ໃຫຍ່ ​ແລະ ສວຍ​ງາມ. ບັນດາ​ຮ້ານ​ວາງສະ​ແດງ​ຄື: Redtours, Vietravel, Saigontourist … ​ແມ່ນ​ບັນດາ​ກິດຈະກຳສະຖາປັດຕະຍາ​ກຳ​ທີ່ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຂີດ​ໝາຍ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ. ບັນດາ​ຮ້ານວາງສະ​ແດງ​ສາກົນ​ຄື: ສ.​ເກົາຫຼີ, ຍີ່ປຸ່ນ, ຟິລິບ​ປີນ… ກໍ່ສວຍ​ງາມ​ ​ແລະ ​ໄດ້​ສ​້າງຄວາມ​ນິຍົມ​​ໃຫ້ແຂກມາ​ຢ້ຽມ​ຊົມ. ຜ່ານ​ການຈັດ​ຕັ້ງ​ເປັນ 3 ຄັ້ງ, ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຫວຽດນາມ ​ໄດ້​ບື່ນຕົວ​ຂຶ້ນ​ສົມ​ກັບ​ສັນຍາ​ລັກ​ຂອງ​ການທ່ອງທ່ຽວຫວຽດນາມ, ຂະ​ແໜງ​ເສດຖະກິດ​ທີ່​ມີ​ເນື້ອ​ໃນ​ວັດທະນະທຳ​ຢ່າງ​ເລິກ​ເຊິ່ງ.”

ຂ່າວ/ບົດ​ອື່ນ