ອັດງານບຸນກາເຟ ບວນມາທວດ ຄັ້ງທີ 5

ອັດງານບຸນກາເຟ ບວນມາທວດ ຄັ້ງທີ 5 - ảnh 1
ອັດງານບຸນກາເຟ ບວນມາທວດ ຄັ້ງທີ 5
(ພາບອີນເຕີແນັດ)


(vovworld) – ຕອນ​ຄໍ່າ​ວັນ​ທີ 12/03, ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5 ປີ 2015 ​​ຖືກ​ອັດ​ລົງ​ຢູ່​ສະໜາມ​ຫຼວງ 10/03, ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​, ທ່ານ Y Dham Enuol, ຮ​ອງປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດັກ​ລັກ ຢືນຢັນ​ວ່າ: ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5 ປີ 2015 ​ຮັບ​​ຜົນ​ສຳ​ເລັດ, ບັນລຸ​ໄດ້ບັນດາ​ຄວາມ​ຮຽກຮ້ອງ, ຄາດໝາຍ​ທີ່​ວາງ​ອອກ​ນັ້ນແມ່ນ: ສືບ​ຕໍ່​​ໂຄສະນາ​​ເຄື່ອງໝາຍ​ການ​ຄ້າ​ກາ​ເຟບວນມາ​ທວດ​, ກາ​ເຟຫວຽ​ດນາມ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ; ເປີດ​ກວ້າງ ​ແລະ ພັດທະນາ​ບັນດາ​ກາ​ນ​​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກປ່ຽນ​ເສດຖະກິດ, ການ​ຄ້າ​ໃນ​ການ​ຜະລິດ, ປຸງ​ແຕ່ງ, ສົ່ງ​ອອກ… ງານ​ບຸນ​ກໍ່​ແມ່ນ​ໂອກາດ​ເພື່ອ​​ແນະນຳ, ​ໂຄສະນາ​ວັດທະນະທຳ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ເຜົ່າ​ໄຕ​ງວຽນ​ ເວົ້າ​ລວມ, ດັກ​ລັກ ​ເວົ້າ​ສະ​ເພາະ, ປະກອບສ່ວນ​ເຮັດ​ໃຫ​້ຜະລິດ​ຕະພັນ​ກາ​ເຟຫວຽດນາມ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ກາ​ເຟ ບວນມາ​ທວດ ​ນັບ​ມື້​ນັບ​ມີ​ຊື່​ສຽງຢູ່​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ