ອັດງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015

ອັດງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015 - ảnh 1
ອັດງານບຸນຊຸດເສື້ອຍາວ ນະຄອນໂຮ່ຈິມິນ ປີ 2015
(ພາບ: saigontimes)


(vovworld) – ​ງານ​ບຸນ​ຊຸດເສື້ອ​ຍາວ ນະຄອນ​ໂຮ່ຈິ​ມິນ ​ໄດ້​ອັດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 08/03, ພາຍຫຼັງ​ເຄື່ອນ​ໄຫວ​ມາເປັນ​ເວລາ 2 ວັນ. ​ງານ​ບຸນ​ຊຸດເສື້ອ​ຍາວ ນະຄອນ​ໂຮ່ຈິ​ມິນ ປີ 2015 ​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 08/03, ຕອບ​ສະໜອງພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​​ເອກະພາບ (30/04/1975 – 30/04/2015). ຕາມ​ຕົວ​​ເລກ​ສະຖິຕິ​ຂອງ​ຄະນະ​ຈັດ​ຕັ້ງ, ​ໃນ 2 ວັນ​ຈັດ​ງານ​ບຸນ, ​ໄດ້​ມີ​ແຂກ 42.000 ​ເທື່ອ​ຄົນ​ເຂົ້າ​ຮ່ວມ. ທ່ານ ລ້າ​ກ໋ວກ​ແຄ໋ງ, ຮອງ​ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ນີ້​ບໍ່​ພຽງ​ແຕ່​ແມ່ນ​ງານ​ບຸນເສື້ອ​ຍາວ ສຳລັບແມ່ຍິງ​ເທົ່າ​ນັ້ນ ຫາກ​ແມ່ນ​ງານ​ບຸນຊຸດເສື້ອ​ຍາວສຳລັບທຸກໆ​ຄົນອີກ​. ດ້ວຍ​ຈຸດປະສົງ​ເຊີດ​ຊູ​ຄຸນຄ່າ​ວັດທະນະທຳ ​ເຊິ່ງ​ສະ​ແດງ​ອອກຜ່ານ​ຊຸດ​ເສື້ອ​ຍາວ​ຫວຽດນາມ. ​ແລະ​ໃນ​ມື້​ນີ້, ​ອາດ​ເວົ້າ​ໄດ້​ວ່າທຸກໆ​ຄົນທີ່​ເຂົ້າ​ຮ່ວມງານ​ບຸນຊຸດເສື້ອ​ຍາວ ​ກໍ່​ຄື ປະຊາຊົນ​ໃນ ນະຄ​ອນລ້ວນ​ແຕ່ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​ຕໍ່ງານ​ບຸນ​ນີ້. ​ແລະ​ອາດ​ເວົ້າ​ໄດ້​ວ່າ, ງານ​ບຸນ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ”.

ຂ່າວ/ບົດ​ອື່ນ