ອັດງານມະຫາກຳກິລາມະຫາວິທະຍາໄລ ອາຊຽນຄັ້ງທີ 16

ອັດງານມະຫາກຳກິລາມະຫາວິທະຍາໄລ ອາຊຽນຄັ້ງທີ 16 - ảnh 1

(ພາບ:voc.org.vn)

(vovworld) - ​ພາຍຫຼັງ​ທຳ​ການ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ​ມາ​ເປັນ​ເວລາ​ໜຶ່ງ​ສັບປະດາ, ຕອນຄ່ຳວັນ​ທີ 20/12, ຢູາສະໜາມກິລາ​ແຫ່ງ​ຊາດ​ລາວ, ​ງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງທີ 16 ​ໄດ້​ອັດ​ລົງ​ຢ່າງ​ຈົບງາມ. ທີ່​ງານ​ມະຫາ​ກຳ​ກິລາ​ຄັ້ງນີ້, ນອກຈາກ​ໄດ້​ທຳ​ການ​ແຂ່ງຂັນ​ກິລາ​ແລ້ວ, ຊາວ​ໜຸ່ມ, ນັກ​ສຶກສາ​ບັນດາ​ປະ​ເທດ​ອາ​ຊຽນ ຍັງ​ໄດ້​ເຂົ້າຮ່ວມງານ​ພົບ​ປະ​ແລກປ່ຽນ, ສະ​ແດງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ສະໜິດສະໜົມ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ນັກ​ສຶກສາ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ງານ​ມະຫາ​ກຳ​ກິລາ​ແມ່ນ​ໂອກາດ​​ເພື່ອຊຸກຍູ້​ຂະ​ບວນການ​ກິລາກາ​ຍະ​ກຳ​ຂອງ​ນັກ​ສຶກສາ​ບັນດາ​ປະ​ເທດ​ອາ​ຊຽນ ​ໃຫ້​ພັດທະນາ​ຢ່າງ​ແຮງ​ກ່ວາ​ອີກ, ພັດທະນາ​ທວງທັນ​ກັບ​ລະດັບ​ກິລາ​ຂອງ​ນັກ​ສຶກສາບັນດາ​ປະ​ເທດ​ໃນ​ທະວີບ ​ແລະ ​ໃນ​ໂລກ​ເທື່ອ​ລະ​ກ້າວ. ຄະນະ​ຜູ້​ແທນ​ນັກ​ກິລາ​ຫວຽດນາມ ​ເຂົ້າຮ່ວມງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງທີ 16 ດ້ວຍຈຳນວນ 258 ຄົນ​​ແລະ ທຳ​ການ​ແຂ່ງຂັນ​ໃນກິລາ 12 ປະ​ເພດ​ໃນ​ຈຳນວນ​17 ປະ​ເພດ ​ແລະ ຍາດ​ໄດ້ຫຼຽນທັງ​ໝົດ 119 ຫຼຽນ​, ​ໃນ​ນັ້ນມີ 56 ຫຼຽນ​ຄຳ, 35 ຫຼຽນ​ເງິນ ​ແລະ 28 ຫຼຽນ​ທອງ, ຢືນ​ອັນ​ດັບ​ທີ 2 ທົ່ວຄະນະ, ຖັດຈາກ​ມາ​ເລ​ເຊຍ.

 

ຂ່າວ/ບົດ​ອື່ນ