ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12

ອັດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ12 - ảnh 1
ທ່ານ​ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ

(vovworld)-ພາຍ​ຫລັງ​ດຳ​ເນີນ​ໄປ​ມາ​ເປັນ​ເວ​ລາ 3 ວັນ, ຕອນ​ຄ່ຳ​ວັນ​ທີ 22/4 ຢູ່ ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ​ວ່າ, ງານ​ມະ​ໂຫລານ​ກະ​ຈາ​ຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ປີ 2016 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ສົມ​ທົບ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ​ແຂວງ ແຄງ​ຮ່​ວາ ຈັດ​ຕັ້ງ ໄດ້​ອັດ​ລົງ. ນະ​ພິ​ທີ ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ 13 ລາງວັນ​ຄຳ, 47 ລາ​ງວັນ​ເງິນ, 78 ລາງວັນ​ທອງ ແລະ 58 ລາງວັນ​ຊົມ​ເຊີຍ. ກ່າວ​ຄຳ​ເຫັນ​ອັດ​ງານ​ມະ​ໂຫລານ, ທ່ານ​ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ ໄດ້​ຢືນ​ຢັນ​ວ່າ:

        “ບົນ​ຈິດ​ໃຈ​ແບ່ງ​ປັນ, ຖອດ​ຖອນ​ບົດ​ຮຽນ, ຮັບ​ເອົາ​ຄວາມປະ​ກອບ​ຄຳ​ຄິດ​ຄຳ​ເຫັນ, ບ​ັນ​ດາ​ພະ​ນັກ​ງານ​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ສ້າງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່​ຂອງ​ຂະ​ແຫນງ​ກະ​ຈາຍ​ສຽງ​ຕາມ​ທິດ​ທັນ​ສະ​ໄຫມ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ຂອງ​ມະ​ຫາ​ຊົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ