ອັດງານວາງສະແດງ “ທາດພິດສີສົ້ມ - ມະໂນທຳ ແລະ ຄວາມຍຸຕິທຳ”

ອັດງານວາງສະແດງ “ທາດພິດສີສົ້ມ - ມະໂນທຳ ແລະ ຄວາມຍຸຕິທຳ” - ảnh 1
ພິທີອັດ​ງານ​ວາງສະ​ແດງ “ທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ ​ແລະ ຄວາມ​ຍຸຕິ​ທຳ”
(ພາບ: dangcongsan.vn)


(vovworld) - ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ ​ແລະ ຄວາມ​ຍຸຕິ​ທຳ” ​ໂດຍ​ສູນ​ກາງສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ສົມທົບ​ກັບ​ນະຄອນ​ດ່າ​ນັ້ງ ຈັດ​ຕັ້ງ, ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ສິງຫາ. ຜ່ານການ​ເປີດ​ງານ​ວາງສະ​ແດງ 3 ອາທິດ, ງານ​ວາງສະ​ແດງ​ໄດ້​ດຶງ​ດູດ​ຜູ້​ມາ​ຊົມ ​ແລະ ຄົ້ນ​ຄວ້າ​ທັງ​ຢູ່ພາຍ​ໃນປະ​ເທດ ​ແລະ ຕ່າງປະ​ເທດ​ເກືອບ 4000 ​ເທື່ອ​ຄົນ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ 300 ​ແຜ່ນ, ວັດຖຸ​ກ່ຽວ​ກັບ​ໄພ​ໂສກ​ນາດຕະກຳ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນຢູ່ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະໜາຢາກ​ຊ່ວຍ​ປະຊາຊົນ​ນະຄອນ​ດ່າ​ນັ້ງ, ​ເພື່ອນ​ມິດສາ​ກົນ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ໂສກນາດຕະກຳຈາກທາດພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແລະ ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ທາ​ດ​ເຄມີ​ໂດຍ​ກອງທັບ​ອາ​ເມ​ລິ​ກາ ດຳ​ເນີນ​ຢູ່​ຫວຽດນາມ. ທ່ານ Chuck Palazza, ​ທະຫານຜ່ານ​ເສິກ​ອາ​ເມ​ລິ​ກາ ​ແບ່ງປັນ​ວ່າ.

        “ຂ້າພະ​ເຈົ້າ​ມີ​ຄວາມ​ສະ​ເທື່ອ​ນໃຈ​ເມື່ອ​ເບິ່ງບັນດາ​ຮູບ​ຖ່າ​ຍດັ່ງກ່າວ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ຂ້າພ​ະ​ເຈົ້າ​ໂຄສະ​ນາ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນກັບ​ທຸກ​ຄົນ. ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ຂ້າພະ​ເຂົ້າ​ຫວັງ​ວ່າ ຈະ​ມີ​ເພື່ອ​ນມິດສາ​ກົນ​ຫຼາຍ​ຄົນ​ເຂົ້າ​ໃຈ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​ກວ່າ ​ແລະ ​ແບ່ງປັນ​ຄວາມ​ເຈັບ​ປວດ​ຈາກທາດ​ພິດ​ສີ​ສົ້ມ​. ຈາກ​ນັ້ນ​, ຈະ​ມີບັນດາ​ອົງການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຜູ້​ປະສົບ​ເຄສະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ດ່າ​ນັ້ງ ​ແລະ ຫວຽດນາມ”.

ຂ່າວ/ບົດ​ອື່ນ