ອັດຕາການສະໜັບສະໜູນປະທານາທິບໍດີ ຝຣັ່ງ Emmanuel Macron ຍັງຢູ່ລະດັບຕ່ຳ

(VOVWORLD) - ອັດຕາການສະໜັບສະໜູນທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຍັງຢູ່ລະດັບຕ່ຳກ່ວາ 30%, ໃນສະພາວະທ່ານ Emmanuel Macron ຕ້ອງແກ້ໄຂບັນດາບັນຫາທີ່ເກີດຂຶ້ນພາຍໃນປະເທດ, ພິເສດແມ່ນພາຍຫລັງເກີດເຫດໄຟໄໝ້ໂບດພະແມ່ Paris ໃນວັນທີ 15 ເມສາ ຜ່ານມາ. 

ຕາມໝາກຜົນແຫ່ງການຢັ່ງຫາງສຽງ ໂດຍບໍລິສັດ Ifop ດຳເນີນໃຫ້ແກ່ວາລະສານ “Journal du Dimanche”, ມາຮອດວັນທີ 20 ເມສາ ໃນຈຳນວນຄົນທີ່ຖືກຖາມ ມີພຽງແຕ່ 29% ເທົ່ານັ້ນ ມີຄວາມເພິ່ງພໍໃຈຕໍ່ສິ່ງທີ່ທ່ານ Emmanuel Macron ພວມປະຕິບັດ ສ່ວນມີ 69% ແມ່ນບໍ່ເພິ່ງພໍໃຈ. ອັດຕາການສະໜັບສະໜູນທ່ານ Emmanuel Macron ຢູ່ລະດັບສູງສຸດແມ່ນກ່ວາ 60% ເຊິ່ງແມ່ນພາຍຫລັງທີ່ທ່ານຫາກໍ່ຂຶ້ນກຳອຳນາດເມື່ອເດືອນ ພຶດສະພາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ