ອັດຕາສ່ວນທາງເພດເມື່ອເກີດ ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມ

ອັດຕາສ່ວນທາງເພດເມື່ອເກີດ ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມ - ảnh 1
ພາບປະກອບ:internet



(vovworld) - ​ ເປັນ​ຄັ້ງ​ທຳ​ອິດ​ ຫວຽດນາມ ຄວບ​ຄຸມ​ໄດ​້ການ​ເພີ່ມ​ຂຶ້ນ​ຂອງ​ອັດຕາ​ສ່ວນທາງ​ເພດ​ເມື່ອ​ເກີດ​. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເຢືອງກວກຈ້ອງ, ຫົວຫນ້າ​ກົມ​ໃຫຍ່​ປະຊາກອນ - ການວາງ​ແຜນ​ຄອບຄົວ ສັງກັດ​ກະຊວງ​ສາ​ທາ​ລະນະ​ສຸກ ຫວຽດນາມ ​ເມື່ອ​ວັນ​ທີ 25/12 ທີ່​ພິທີ​ລະນຶກ​ວັນ​ປະຊາກອນ​ ຫວຽດນາມ ຊຶ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 25/12 ຢູ່ ຮ່າ​ໂນ້ຍ. ຕາມ​ທ່ານ ​ເຢືອງກວກ​ຈ້ອງ​ແລ້ວ, ປີ 2012 ຈຳນວນ​ແມ່ຍິງ​ຖືພາ​ໄດ້​ຮັບ​ການ​ກວດພະຍາດ​ກ່ອນ​ອອກລູກ ​ແລະ ຈຳນວນ​ເດັກ​ໄດ້​ຮັບ​ການ​ກວດພະຍາດ​ລ້ວນ​ແຕ່​ລື່ນ​ກາຍ​ຄາດໝາຍ​ທີ່​ວາງ​ອອກ. ບັນດາ​ຮູບ​ແບບ, ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະພາ​ບປະຊາກອນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ປີ 2013, ຫວຽດນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ພິ​ເສດ ​ແມ່ນ​ຄວາມ​ຮຽກຮ້ອງ​ຄວບ​ຄຸມ​ການ​ເພີ່ມ​ຂຶ້ນ​ອັດຕາ​ທາງ​ເພດ​ເມື່ອ​​ເກີດ, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບປະຊາກອນ, ຮັບ​ມື​ຢ່າງ​ເໝາະ​ສົມ​ກັບ​ບັນດາ​ການ​ປ່ຽນ​ແປງ​ໂຄງ​ປະກອບ​ປະຊາກອນ, ດັດ​ປັບ​ລະດັບ​ການ​ເກີດ​ທີ່​ຍັງ​ແຕກ​ຕ່າງ​ກັນ​ລະຫວ່າງ​ເຂດ, ພາກ. ກົມ​ໃຫຍ່​ປະຊາກອນ ​ແລະ ການ​ວາງ​ແຜນ​ຄອບຄົວ ​ຮຽກຮ້ອງ​ໃຫ້​ຖັນ​ແຖວ​ພະນັກງານ​ເຮັດ​ວຽກ​ງານ​ປະຊາກອນ, ການວາງ​ແຜນ​ຄອບຄົວ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ, ສົມທົບ​ກັບ​ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ, ໝູ່​ມະຫາຊົນ, ລະດົມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ປະຕິບັດ​ນະ​ໂຍບາຍ​ປະຊາກອນ​ຊຶ່ງ​ພັກ, ລັດ ວາງ​ອອກ.

 



ຂ່າວ/ບົດ​ອື່ນ