ອັດ​ຕາ​ເງິນ​ເ​ຟີ້ ຢູ່​ອັງ​ກິດ ເພີ່ມ​ຂຶ້ນ​ຢູ່​ລະ​ດັບ​ສູງ​ທີ່​ສຸດ ໃນ​ໄລ​ຍະ​ເກືອບ ໜຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ

(VOVWORLD) -ຕາມອົງການສະຖິຕິ ແຫ່ງຊາດ ອັງກິດ (ONS), ໃນເດືອນ ຕຸລາ, ອັດຕາເງິນເຟີ້ ຂອງປະເທດນີ້ໄດ້ເພີ່ມຂຶ້ນ 4,2% ໂດຍແມ່ນລະດັບສູງທີ່ສຸດນັບແຕ່ເດືອນ ພະຈິກ ປີ 2011 ເປັນຕົ້ນມາ. ສາຍເຫດແມ່ນ ຍ້ອນລາຄາພະລັງງານ ແລະ ຄວາມຕ້ອງການນຳໃຊ້ ເພີ່ມຂຶ້ນ ໃນໄລຍະ ຫຼັງການຈຳກັດບໍລິເວນ ຍ້ອນໂລກລະບາດໂຄວິດ - 19.

ອັດ​ຕາ​ເງິນ​ເ​ຟີ້ ຢູ່​ອັງ​ກິດ ເພີ່ມ​ຂຶ້ນ​ຢູ່​ລະ​ດັບ​ສູງ​ທີ່​ສຸດ ໃນ​ໄລ​ຍະ​ເກືອບ ໜຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ - ảnh 1ພາບປະກອບ: Bloomberg

ກ່ອນໜ້ານັ້ນ, ໄພເງິນເຟີ້ຂອງ ອັງກິດ ໃນເດືອນ ກັນຍາ ແມ່ນ 3,1% ສູງກ່ວາເມື່ອທຽບໃສ່ກັບເປົ້າໝາຍ ທີ່ລັດຖະບານວາງອອກແມ່ນ 2%, ຈາກນັ້ນ ເຮັດໃຫ້ມີຂ່າວລືກ່ຽວກັບຄວາມສາມາດທີ່ວ່າ ທະນາຄານສູນກາງ ອັງກິດ (BoE) ຈະເພີ່ມ ອັດຕາດອກເບ້ຍຂຶ້ນ. ທ່ານ Grant Fitzner ຫົວໜ້ານັກເສດຖະກິດຂອງ ONS ໄດ້ໃຫ້ຂໍ້ສັງເກດວ່າ ສາຍເຫດທີ່ເຮັດໃຫ້ ອັດຕາເງິນເຟີ້ໃນເດືອນ ຕຸລາ ເພີ່ມຂຶ້ນຢູ່ລະດັບສູງທີ່ສຸດ ໃນໄລຍະເກືອບ 1 ທົດສະວັດແມ່ນ ຍ້ອນຄ່າໃຊ້ຈ່າຍພະລັງງານ, ເຊື້ອເພີງ, ລາຄາຂອງ ລົດໂອໂຕເກົ່າ, ຄ່າການບໍລິການ ຢູ່ບັນດາຮ້ານອາຫານ ແລະ ໂຮງແຮມໄດ້ເພີ່ມຂຶ້ນ. ເລື່ອງຂາດເຂີນ ຊີບເຄິ່ງຊັກນຳໄຟຟ້າໃນທົ່ວໂລກ ໄດ້ກໍ່ຄວາມຫຍຸ້ງຍາກ ໃຫ້ແກ່ຂະແໜງຜະລິດລົດໂອໂຕ, ຈາກນັ້ນຍູ້ລາຄາລົດທີ່ໄດ້ນຳໃຊ້ແລ້ວ ເພີ່ມຂຶ້ນ. ໄປຄຽງຄູ່ກັນນັ້ນ, ສະພາບການຂາດວັກຂາດຕອນແຫຼ່ງສະໜອງໃນທົ່ວໂລກ ແລະ ລາຄາວັດຖຸດິບເພີ່ມຂຶ້ນສູງ ກໍ່ໄດ້ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ