ອັດປີທ່ອງທ່ຽວແຫ່ງຊາດ 2017 “ສີສັນເຂດຕາເວັນຕົກສ່ຽງເໜືອ”

(VOVWORLD) - ພິທີອັດປີທ່ອງທ່ຽວແຫ່ງຊາດ 2017 ດ້ວຍຫົວຂໍ້ວ່າ “ສີສັນເຂດຕາເວັນຕົກສ່ຽງເໜືອ” ດຳເນີນໃນຕອນຄ່ຳວັນທີ 16 ທັນວາ ຢູ່ນະຄອນ ລາວກາຍ, ແຂວງ ລາວກາຍ.
ອັດປີທ່ອງທ່ຽວແຫ່ງຊາດ 2017 “ສີສັນເຂດຕາເວັນຕົກສ່ຽງເໜືອ” - ảnh 1ທ່ານ ຫງວຽນວັນບີງ ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ 

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງແຂວງ ລາວກາຍ ແລະ ບັນດາແຂວງພູດອຍເຂດຕາເວັນຕົກສ່ຽງເໜືອ ໄດ້ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການທ່ອງທ່ຽວປອດໄພ, ສະອາດສວຍງາມ ແລະ ສະໜິດສະໜົມ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີທ່ອງທ່ຽວແຫ່ງຊາດ 2017. ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຫງວຽນວັນບີງ ເນັ້ນໜັກວ່າ:

        “ປີທ່ອງທ່ຽວແຫ່ງຊາດ 2018 ຈະໄດ້ຈັດຕັ້ງຢູ່ ກວາງນິງນັ້ນ ຄວນທາບທາມຄຳເຫັນ, ສືບທອດບົດຮຽນຈາກການຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2017  ລາວກາຍ - ເຂດຕາເວັນຕົກສ່ຽງເໜືອ ຄົ້ນຄວ້າ ການທ່ອງທ່ຽວທະເລຕິດພັນກັບການທ່ອງທ່ຽວເຂດພູດອຍ. ຜ່ານນັ້ນ ການທ່ອງທ່ຽວ ຫວຽດນາມ ສືບຕໍ່ມີບາດກ້າວພັດທະນາຢ່າງແຮງກ່ວາອີກ, ຮອບດ້ານກ່ວາອີກ, ເພື່ອໃຫ້ປີທ່ອງທ່ຽວແຫ່ງຊາດ 2018 “ຫ້າລອງ - ກວາງນິງ” ຈະສືບຕໍ່ແມ່ນປີປະສົບສຳເລັດຂອງການທ່ອງທ່ຽວ ຫວຽດນາມ.

        ເນື່ອງໃນໂອກາດນີ້, ແຂວງ ລາວກາຍ ໄດ້ຮັບເອົາຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບເລື່ອງຮັບຮອງເອົາ ຊາປາ ເປັນເຂດທ່ອງທ່ຽວແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ