ອັດວັນບຸນວັດທະນະທຳ-ກິລາແລະທ່ອງທ່ຽວເຂດຊົນເຜົ່າຂະແມພາກໃຕ້ຄັ້ງທີ 6 ປີ 2014

ອັດວັນບຸນວັດທະນະທຳ-ກິລາແລະທ່ອງທ່ຽວເຂດຊົນເຜົ່າຂະແມພາກໃຕ້ຄັ້ງທີ 6 ປີ 2014 - ảnh 1
ອັດວັນບຸນວັດທະນະທຳ-ກິລາແລະທ່ອງທ່ຽວເຂດຊົນເຜົ່າຂະແມພາກໃຕ້ຄັ້ງທີ 6 ປີ 2014

(vovworld) – ພິທີ ອັດ​ວັນ​ບຸນ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​​ເຂດ​ຊົນ​ເຜົ່າ​ຂະ​ແມ​ພາກ​ໃຕ້​ຄັ້ງ​ທີ 6 ປີ 2014​ໄດ້​ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 29/11, ຢູ່​ນະຄອນ​ວິ​ແທງ (​ເຫົ້າຢາງ). ດ້ວຍ​ຫົວ​ຂໍ້​ວ່າ “ຊາວ​ເຜົ່າ​ຂະ​ແມ​ພາກ​ໃຕ້ - ສາມັກຄີ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ“, ​ໃນ 3 ວັນ​ຜ່ານ​ມາ, ​ເຫດການ​ນີ້​ໄດ້​ດຶງ​ດູດ​ຊາວ​ເຜົ່າ​ຂະ​ແມ​ທີ່​ຂຶ້ນ​ກັບ 12 ​ແຂວງ, ນະຄອນ​ພາກ​ໃຕ້​ເຂົ້າ​ຮ່ວມ.

ທ່ານ ຫວໍ​ວັນ​ແຕ໋ງ, ຫົວ​ໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ເຫົ້າຢາງ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ວັນ​ບຸນ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ​: ການ​ແຂ່ງຂັນກິລາ, ການສະ​ແດງ​ສິລະ​ປະຢູ່​ນະຄອນ​ວິ​ແທງ, ດັ່ງ​ນັ້ນ​ໄດ້​ສ້າງ​ເງື່ອນ​ໄຂ​​ສະດວກເພື່ອໃຫ້​ບັນດາ​ນັກ​ກິລາ ກໍ່​ຄືກ​ອງ​ເຊຍ ​ແລະ ປະຊາຊົນ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ທັງ​ໝົດ. ສິ່ງ​​ດັ່ງ​ກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກຫາງ​ສຽງ​ “.


ຂ່າວ/ບົດ​ອື່ນ