ອັດວາລະປະຊຸມຄັ້ງທີ 14 ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13

ອັດວາລະປະຊຸມຄັ້ງທີ 14 ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13 - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 14 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸ​ດທີ 13
(ພາບ: baomoi.com)

(vovworld) -     ​ ຕອນ​ເຊົ້າ​ວັນ​ທີ 16/01, ພາຍ​ໃຕ້​ການ​​ເປັນ​ປະທານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ວາລະປະຊຸມຄະນະ​ປ​ະຈຳ​ສະພາ​ແຫ່ງ​ຊາດ​ຄັ້ງ​ທີ 14 ໄດ້​ອັດ​ລົງ. ກ່ອນ​ໜ້າ​ນັ້ນ, ດ້ວຍ​ຄວາມ​ເຫັນ​ດີເຫັນພ້ອມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ມະຕິ​ແນະນຳ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ມະຕິ​ແນະນຳ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ຄື​​ໄລຍະ​ເວລາ​ຈັດການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈປະຈຳ​ປີ; ​ແກ້​ໄຂ​ໝາກຜົນ​ແຫ່ງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ປ່ອນ​ບັດໄວ້​ວາງ​ໃຈ; ການລາ​ອອກ​ຈາກ​ຕຳ​ແໜ່​ງ, ປົດ​ຕຳ​ແໜ່​ງ. ​ມະຕິ​​ແນະນຳ​ການ​ປະຕິບັດ​ບາງຂໍ້ມາດຕາ​​ໃນມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບການ​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ, ປ່ອນ​ບັດໄວ້​ວາງ​ໃຈທີ່​ມີ​ຕໍ່​ຜູ້ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ ຈະ​ມີ​ຜົນ​ສັກ​ສິດ​ນັບແຕ່​ວັນ​ທີ 01/02/2013 ​ເປັນ​ຕົ້ນ​ໄປ.


ຂ່າວ/ບົດ​ອື່ນ