ອັດວາລະປະຊຸມຄັ້ງທີ 46 ຄະນະປະຈຳສະພາແຫ່ງຊາດ

ອັດວາລະປະຊຸມຄັ້ງທີ 46 ຄະນະປະຈຳສະພາແຫ່ງຊາດ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ​ ​​ພາຍ​ຫຼັງ​ເຮັດ​​ວຽກ​ເປັນ​ເວ​ລ​າ 3 ວັນ, ຕອນ​ເຊົ້າ​ວັນ​ທີ 09/03, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ອັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 46. ອາ​ຍຸ​ການ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ​ສ້າງກົດ​ໝາຍ​ບັນ​ລຸ​ໄດ້​ຜົນ​ງານ​ພ​ົ້ນ​ເດັ່ນ, ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່, ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້ສົມ​ບູບ​ແບບເທື່ອ​ລະ​ກ້າວ, ສ້າງກອບ​ກົດ​ໝາຍ​ໃຫ້​ການ​ສ້າ​ງ ແລະ ​ປັບ​ປຸງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ ຕາ​ມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ. ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ, ຊັກ​ຖາມ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ເປີດ​ເຜີຍ, ກະ​ຈ່າງ​ແຈ້ງ, ​ເຮັດ​ໃຫ້​ສະ​ພາ​ແຫ່ງ​ຊາດ​ໃກ້​ສິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ. ພິ​ເສດ, ທີ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ທົ່ວ​ຊຸດ​ຄືນ​ໃໝ່, ຊັກ​ຖາມ​​ຫົວ​ໜ້າ​​ບັນ​ດາ​ອົງ​ການ​ແຫ່ງ​ລັດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຕິດ​ຕາມ​ຫົວ​ເລື່ອງ​ສະ​ເພາະ, ກ່ຽ​ວ​ກັບ​ບັນ​ຫາ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ນັບ​ແຕ່​ຕົ້ນ​ອາ​ຍຸ​ການ​ໂດຍ​ກົງ.

      ແລະ​ກ​ໍ​ໃນ​ອາ​ຍຸ​ການ​ຄັ້ງ​ນີ້, ເປັນ​ຄັ້ງ​ທຳ​ອິດ​ສະ​ພາ​ແຫ່ງ​ຊາດ​ໄດ້​ຕາງ​ໜ້າ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ປະ​ຕິ​ບັດ​ສິດ​ຕິດ​ຕາມກວດກ​າ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ຫຼັ​ກ​ແຫຼ່ງ​ໃນ​ກົງ​ຈັກ​ລັດ. ເລື່ອງ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ງົບ​ປະ​ມານ​ຂອງ​ລັດ ແລະ ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ສຳ​ຄັນ​ແຫ່ງ​ຊາດ… ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ແທ້​ຈິງກວ່າ. ການ​ພົວ​ພັນ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ, ຜັນ​ຂະ​ຫຍາຍ ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ສົມ​ທົບ​ກັນຢ່າງ​ຄົບ​ຊຸດ, ນຳ​ການ​ທູດ​ລັດ​ຖະ​ສະ​ພາ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງກວ່າ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮຸ່ງ ຢືນ​ຢັນ​ວ່າ, ບັນ​ດາ​​ຜົນ​ງານທີ່​ບັນ​ລຸ​ໄດ້​ໃນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທ​ີ 13, ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ປະ​ຊາ​ທິ​ປະ​ໄຕ, ໃກ້​ສິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ ແລະ ໄດ້​ຮັບ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ກວ່າ.

      “ຕ້ອງ​ຢືນ​ຢັນ​ໄດ້​ວ່າ, ປະ​ຊາ​ຊົນ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະ​ໜັບ​ສະ​ໜູນ, ປະ​ກອບ​ຄຳ​ເຫັນ, ຕິດ​ຕາມກວດ​ກາ, ສະ​ນັ້ນ​ສະ​ພາ​ແຫ່ງ​ຊາດ​ຈຶງ​ເຮັດ​ວຽກ​ເປັນ​ຢ່າງ​ດີ. ​ຍ້ອນພວກ​ເຮົາ​ຊາບ​ຊຶມແນວ​ຄິດນັ້ນ​ຢ່າງ​ເລິກ​ເຊິ່ງ, ສະ​ນັ້ນ​ອາດ​ເວົ້າ​ໄດ້​ວ່າ, ​ເມື່ອໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ, ໄດ້​ຮັບ​ຄຳ​ເຫັນ​ຈາກ​ປະ​ຊາ​ຊົນ​ໃນ​ການ​ພົວ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທຸກ​ຄັ້ງ​ນັ້ນ ​ຈະສ້າງ​ເປັນ​ກຳ​ລັງ​ແຮງ​​ໃຫ້​ສະ​ພາ​ແຫ່ງ​ຊາດ. ຈິດ​ໃຈ​ດັ່ງ​ກ່າວ, ສິ່ງຍອດ​ຍິ່ງນີ້ ​ແມ່ນ​ບົດ​ຮຽນ​ທີ່​ເລິກ​ເຊິ່ງ”.

      ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​​ໄດ​້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽ​ມ​ໃຫ້​ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທ​ີ 11 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ເຊິ່ງ​ຈະໄຂ​ຂຶ້ນ​ໃນ​ວັນ​ທີ 21/03.

ຂ່າວ/ບົດ​ອື່ນ