ອັດວາລະປະຊຸມເທື່ອທີ 24 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ພາຍຫລັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 16 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ສຳເລັດລາຍການເຮັດວຽກຂອງວາລະປະຊຸມເທື່ອທີ 24.
ອັດວາລະປະຊຸມເທື່ອທີ 24 ຄະນະປະຈຳສະພາແຫ່ງຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນອັດວາລະປະຊຸມ (ພາບ: TTXVN)

ກ່າວຄຳເຫັນອັດວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດໄດ້ຮັບຮອງເອົາມະຕິ 4 ສະບັບກ່ຽວກັບບັນດາບັນຫາສຳຄັນທີ່ຂຶ້ນກັບສິດອຳນາດຕັດສິນຂອງຄະນະປະຈຳສະພາແຫ່ງຊາດ. ສຳລັບແຕ່ລະເນື້ອໃນປະກອບຄຳເຫັນ, ພາຍຫລັງປຶກສາຫາລື, ຄະນະປະຈຳສະພາແຫ່ງຊາດໄດ້ມີຂໍ້ສະຫລຸບຢ່າງລະອຽດ ແລະ ຈະມີແຈ້ງການສົ່ງເຖິງບັນດາອົງການສຳນັກງານສືບຕໍ່ປະຕິບັດ.

        ທ່ານນາງປະທານສະພາແຫ່ງຊາດສະເໜີລັດຖະບານ, ຜູ້ປະຈຳການສະພາຊົນເຜົ່າ, ຜູ້ປະຈຳການບັນດາກຳມາທິການ, ບັນດາຫົວໜ່ວຍຂອງຄະນະປະຈຳສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ ແລະ ບັນດາຂະແໜງສຳນັກງານທີ່ກ່ຽວຂ້ອງຄົ້ນຄວ້າ, ຮັບເອົາຄຳເຫັນປະກອບຢູ່ວາລະປະຊຸມ ເພື່ອປະກອບໃສ່ບັນດາບົດລາຍງານ, ບັນດາຮ່າງກົດໝາຍ ແລະ ສຳເລັດບັນດາແຜນຮ່າງມະຕິກ່ອນທີ່ເຊັນປະກາດໃຊ້. ພ້ອມທັງ, ສືບຕໍ່ສົມທົບກັນກວດກາຄືນໃໝ່, ກະກຽມບັນດາເນື້ອໃນກໍ່ຄືບັນດາເງື່ອນໄຂໃຫ້ສຳເລັດຜົນ ເພື່ອຮັບປະກັນຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດເຊິ່ງຈະໄຂຂຶ້ນໃນວັນທີ 21 ພຶດສະພາ ຈະມາເຖິງເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ