ອົດສຕາລີ ສະຫງວນ 3.200 ຕື້ດົງ ຊ່ວຍເຫຼືອພັດທະນາຢ່າງເປັນທາງການ ໃຫ້ຫວຽດນາມ

ອົດສຕາລີ ສະຫງວນ 3.200 ຕື້ດົງ ຊ່ວຍເຫຼືອພັດທະນາຢ່າງເປັນທາງການ ໃຫ້ຫວຽດນາມ - ảnh 1
( ທ່ານ​ Allaster Cox ເອກ​ອັກຄະ​ລັດຖະທູດອົດສຕາ​ລີ ປະຈຳ​ຫວຽ​ດນາມ  )

( vovworld ) –   ​ໃນ​ແຈ້ງ​ຂ່າ​ວຂອງ​ສະຖານທູດອົດສຕາ​ລີ ປະຈຳ​ຫວຽດນາມ ​ໃນ​ວັນ​ທີ 9/5 ​ໃຫ້​ຮູ້​ວ່າ, ປີ​ການ​ເງິນ 2012 – 2013, ລັດຖະບານອົດສຕາ​ລີ ຈະ​ສະຫງວນ​ເງິນ​ປະມານ 3​.200 ຕື້​ດົງ ( ສະ​ກູນ​ເງິນ​ຫວຽດນາມ ) ​ເພື່ອຊ່ວຍ​ເຫຼືອ​ການພັດທະນາຢ່າງ​ເປັນ​ທາງ​ການ​ໃຫ້​ແກ່​ຫວຽ​ດນາມ… ທ່ານ​ເອກ​ອັກຄະ​ລັດຖະທູດອົດສຕາ​ລີ ປະຈຳ​ຫວຽ​ດນາມ Allaster Cox ​ໃຫ້​ຮູ້​ວ່າ ​ໂຄງການ​ຊ່​ວຍ​ເຫຼືອ​ຂອງອົດສຕາ​ລີ ຢູ່​ຫວຽດນາມ ສຸມ​ໃສ່​ເຂົ້າ​ໃນ 5 ຂົງ​ເຂດ​ບຸລິມະສິດຄື: ພັດທະນາ​​ແຫຼ່ງຊັບພະຍາກອນ​ມະນຸດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ຫຼຸດ​ຜ່ອນ​ການ​ກະທົບ​ທີ່​ຍໍ້​ທໍ​ຈາ​ກການປ່ຽນ​ແປງ​ຂອງດິນ​ຟ້າ​ອາກາ​ດ, ຍົກ​ສູງ​ສຸຂະພາບ​ວົງ​ຄະນາຍາດ​ໂດຍ​ຜ່ານ​ການ​ສະໜອງ​ນ້ຳ​ສະອາດ ​ແລະ ອະນາ​ໄມ, ໜູນ​ຊ່ວຍ​ການ​ປະຕິ​ຮູບ​ດ້ານເສດຖະກິດ. ປີ 2013 ອົດສຕາ​ລີ ກໍ​ຈະ​ສະໜອງ​ທຶນ​ສຶກສາ​ພັດທະນາໃຫ້​ແກ່​ນັກ​ສຶກສາຫວຽດນາມ 245 ຄົນ. ​ເພື່ອ​ແນ​ໃສ່​ພັດທະນາ​ຄວາມ​ສາມາດ​ໃຫ້​ພົນລະ​ເມືອງ​ຫວຽດນາມ, ຊ່ວຍ​ພົນລະ​ເມືອງ​ຫວຽດນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​​ປະ​ເທດຊາດ.

ຂ່າວ/ບົດ​ອື່ນ