ອົດສຕາລີເລີ່ມປະຕິບັດໂຄງການຊ່ວຍເຫຼືອໂດຍກົງDAPໃຫ້ຫວຽດນາມ

ອົດສຕາລີເລີ່ມປະຕິບັດໂຄງການຊ່ວຍເຫຼືອໂດຍກົງDAPໃຫ້ຫວຽດນາມ - ảnh 1
14 ໂຄງການ​​ຊ່ວຍ​ເຫຼືອ​ໂດຍ​ກົງ​ຂອງ​ລັດຖະບານ ອົດສຕາ​ລີ (DAP)
ທີ່​ສະຫງວນ​ໃຫ້​ບັນດາ​ໂຄງການ​ຢູ່​ພາກ​ກາງ ​ແລະ ພາກ​ໃຕ້ ​ໃນ​ປີ 2015
(ພາບ: vietluhanh.vn)

(vovworld) – ວັນ​ທີ 7/9, ສະຖານກົງສູນ​ໃຫຍ່ ອົດສຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ​ ​ໃຫ້​ຮູ້​ວ່າ: ສຳນັກງານ​ແຫ່ງ​ນີ້ ​ໄດ້​ເລີ່​ມຕົ້ນ​ຮັບ​ໃບ​ສະ​ເໜີ ​ໃຫ້​ໂຄງການ​​ຊ່ວຍ​ເຫຼືອ​ໂດຍ​ກົງ​ຂອງ​ລັດຖະບານ ອົດສຕາ​ລີ (DAP) ທີ່​ສະຫງວນ​ໃຫ້​ບັນດາ​ໂຄງການ​ຢູ່​ພາກ​ກາງ ​ແລະ ພາກ​ໃຕ້ ຫວຽດນາມ ​ໃນ​ປີ 2015 – 2016. ຄາດ​ຄະ​ເນ​ຍອດ​ມູນ​ຄ່າ​ໂຄງການ DAP ​ໂດຍສະຖານກົງສູນ​ໃຫຍ່ ອົດສຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຈັດ​ແບ່ງ​​ແມ່ນປະມານ 355.000 AUD. ຕາມ​ສະຖານກົງສູນ​ໃຫຍ່ ອົດສຕາ​ລີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ແລ້ວ ນີ້​ແມ່ນ​ທຶນ​ຊ່ວຍ​ເຫຼືອ​ສະຫງວນ​ໃຫ້​ບັນດາ​ອົງການບໍ່​ຂຶ້ນ​ກັບ​ລັດຖະບານ, ກຸ່ມ​ປະຊາ​ຄົມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນທີ່​ເຄື່ອນ​ໄຫວ​ໂດຍບໍ່​ສະ​ແຫວ​ງຫາ​ຜົນ​ກຳ​ໄລ​ອື່ໆ, ​ເພື່ອ​​ໃຫ້ພວກ​ເຂົາ​ສາມາດ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຂອບ​ຂະໜາດ​ນ້ອຍ, ມຸ່ງ​​ໄປ​ເຖິງ​​ເປົ້າໝາຍ​​ແກ້​ໄຂ​ບັນດາ​ຄວາມຫຍຸ້ງ​ຍາກ​ທີ່​ມີ​ລັກສະນະ​ມະນຸດສະທຳ ​ແລະ ຊ່ວຍ​ເຫຼືອ​ພັດທະນາ​ບັນດາ​ປະຊາ​ຄົມທີ່​ດ້ວຍ​ໂອກາດ.

 

 

ຂ່າວ/ບົດ​ອື່ນ