ອິດສຣາແອນ ຊຸກຍູ້ແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ດ້ວຍເຮືອນໃໝ່ຕື່ມອີກ 1.000 ຫຼັງ

ອິດສຣາແອນ ຊຸກຍູ້ແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ດ້ວຍເຮືອນໃໝ່ຕື່ມອີກ 1.000 ຫຼັງ - ảnh 1
(ພາບປະກອບ: AFP)

(vovworld) – ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ຫາ​ກໍ່​ຕົກລົງ​ຊຸກຍູ້​ບັນດາ​​ແຜນການ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ໃຫ້​ຊາວ​ຢິວ ​ຢູ່​ Jerusalem ຕາ​ເວັນ​ອອກ ດ້ວຍ​ເຮືອນ​ໃໝ່ 1.060 ຫຼັງ. ​ແຜນການ​ດັ່ງກ່າວ​ລວມທັງ​ກໍ່ສ້າງ​ເຮືອນ​ໃໝ່ 660 ຫຼັງ ຢູ່ Ramat Shlomo ​ແລະ 400 ຫຼັງ ຢູ່ Har Homa ​ໃນ​ເຂດ​ດິນ​ແດນທີ່ອິດສຣາ​ແອນ ​ຢຶດຄອງ​ໃນ​ສົງຄາມ​ເມື່ອ​ປີ 1967. ນອກຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Netanyahu ກໍ່​​ໄດ້ອອກ​ຄຳ​ສັ່ງ​​ຊຸກຍູ້​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ, ​ໃນ​ນັ້ນ​ມີ​ 12 ເສັ້ນທາງ​ໃໝ່. ວັນ​ທີ 28/10, ຄະນະ​ກຳມະການ​ແຜນການ ​ແລະ ກໍ່ສ້າງ Jerusalem ​ໄດ້​ປຶກສາ​ຫາລື​ແຜນການ​ກໍ່ສ້າງ​​​​ເຮືອນ​ໃໝ່ 1.530 ຫຼັງ​ຢູ່ Ramat Shlono, ​ເຊິ່ງ​ໄດ້​ຮັບອະນຸມັດ​ຜ່ານ​ເມື່ອ​ເດືອນ 11/2013, ​ແຕ່​ໄດ້​ຖືກ​ໂຈະ​ໄວ້​ຍ້ອນ​ການ​ຄັດຄ້ານ​ຂອງອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ