ອິດສຣາແອນ ແລະ ປາແລດສຕິນ ເຊື່ອມຕໍ່ການເຈລະຈາ

ອິດສຣາແອນ ແລະ ປາແລດສຕິນ ເຊື່ອມຕໍ່ການເຈລະຈາ - ảnh 1
(ພາບປະກອບ: Reuters)

(vovworld) –  ວັນ​ທີ 11/08, ຄະນະ​ນັກເຈລະຈາ​ຂອງ​ອິດສຣາ​ແອນ ​ໄດ້​ກັບ​ຄືນສູ່​ນະຄອນຫຼວງ​ກາຍ​ໂຣ, ປະ​ເທດ​ອີ​ຢິບ ​ເພື່ອ​ສືບ​ຕໍ່​ເຈລະຈາ​ກັບ​ຝ່າຍ​ອິດສຣາ​ແອນ ​ແນ​ໃສ່​ຊອກ​ຫາ​ຂໍ້​ຕົກລົງ​ຢຸດ​ຍິງ​​ໄລຍະຍາວ​​ຢູ່​ເຂດ​ກາຊາ. ການ​ເຈລະຈາ​ທາງ​ອ້ອມ ​ໂດຍ​ອີ​ຢິບ​ເປັນ​ຄົນ​ກາງ ຖືກ​ດຳ​ເນີນ​ກ່ອນນັ້ນໜຶ່ງ​ວັນ ຫຼັງ​ຈາກ​​ອິດສຣາ​ແອນ ​ແລະ ຂະ​ບວນການ​ອິດສະ​ລາມ ຮາ​ມາດ ຂອງ​ປາ​ແລດ​ສຕິນ ​ເຫັນ​ດີ​ເລີ່​ມປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ໃໝ່​ເປັນ​ເວລາ 72 ຊົ່ວ​ໂມງ ​​​ຊຶ່ງເລີ່​ມມີ​ຜົນ​ສັກສິດ​ນັບແຕ່​​ເວລາ 0 ​ໂມງ ວັນ​ທີ 11/08 (ຕາມ​ເວລາ​ທ້​ອງຖິ່ນ).

   ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ມື​ປືນ​ປະກອບ​ອາວຸດອິດສລາມ ຮາ​ມາດ ຄອບ​ຄຸມ​ເຂດ​ກາຊາ ​ໄດ້​ຢຸດຕິ​ຊົ່ວຄາວການ​ຍິງ​ລູກ​ຈະ​ຫຼວດ ​ແລະ ປືນ​​ໂຄກໃສ່​ເຂດ​ດິນ​ແດນຂອງ​ອິດສຣາ​ແອນ, ພາຍຫຼັງຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດ, ​ແຕ່​ໄດ້​ນາບ​ຂູ່​ວ່າ ຈະ​ສືບ​ຕໍ່ປະຕິບັດ​ຖ້າ​ຫາກ​ການ​ເຈລະຈາ​ບໍ່​ບັນລຸ​ໝາກຜົນ​ໃດໆ.

ຂ່າວ/ບົດ​ອື່ນ