ອົດສະຕາລີ: ຄຳຖະແຫຼງຮຽກສິດຂອງຈີນຢູ່ທະເລຕາເວັນອອກແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ

(VOVWORLD) -: ລັດຖະບານອົດສະຕາລີ ຄັດຄ້ານບໍ່ວ່າຄຳຖະແຫຼງໃດໆຂອງຈີນ ທີ່ບໍ່ເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982
ອົດສະຕາລີ: ຄຳຖະແຫຼງຮຽກສິດຂອງຈີນຢູ່ທະເລຕາເວັນອອກແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ - ảnh 1(ພາບປະກອບຈາກອີນເຕີແນັດ)

ວັນທີ 24 ກໍລະກົດ, ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ໃນນັ້ນຄຳຖະແຫຼງຮຽກສິດຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ. ຈົດໝາຍທາງການຂອງອົດສະຕາລີ ໄດ້ຢືນຢັນວ່າ: ລັດຖະບານອົດສະຕາລີ ຄັດຄ້ານບໍ່ວ່າຄຳຖະແຫຼງໃດໆຂອງຈີນ ທີ່ບໍ່ເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພິເສດແມ່ນບັນດາຄຳຮຽກສິດທາງທະເລບໍ່ເຄົາລົບບັນດາຫຼັກການກ່ຽວກັບເສັ້ນພື້ນຖານ, ເຂດທະເລ ແລະ ຈັດແບ່ງບັນດາໂຄງສ້າງການພູມສາດ. ຈົດໝາຍທາງການໄດ້ເນັ້ນໜັກວ່າ: ອົດສະຕາລີ ຄັດຄ້ານບັນດາຄຳຮຽກສິດກ່ຽວກັບສິດປະຫວັດສາດ ຫຼື ສິດເດີນທະເລ ກໍຄືສ້າງຕັ້ງບັນດາການເຄື່ອນໄຫວມີມີລັກສະນະປະຫວັດສາດຍາວນານຢູ່ທະເລຕາເວັນອອກ. ຄຳຕັດສິນຂອງສານຍຸຕິທຳກ່ຽວກັບທະເລຕາເວັນອອກເມື່ອປີ 2016 ໄດ້ຢືນຢັນບັນດາຄຳຮຽກສິດດັ່ງກ່າວແມ່ນບໍ່ເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ບັນດາຄຳຮຽກສິດດັ່ງກ່າວແມ່ນ “ບໍ່ມີຄຸນຄ່າ”.

        ຈົດໝາຍທາງການກໍ່ຄັດຄ້ານຄຳຮຽກສິດຂອງຈີນ ສຳລັບບັນດາ ໂຄງສ້າງການພູມສາດຢູ່ໃຕ້ນ້ຳ ຫຼື ພົ້ນຂຶ້ນບົກຕາມຂໍ້ກຳນົດຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ລັດຖະບານອົດສະຕາລີ ກໍ່ບໍ່ຮັບຮອງຈົດໝາຍທາງການເຊິ່ງຈີນ ໄດ້ສົ່ງໃຫ້ສະຫະປະຊາຊາດເມື່ອວັນທີ 17 ເມສາ 2020, ໃນນັ້ນຢືນຢັນຄຳຮຽກສິດຂອງປະເທດນີ້ທີ່ມີຕໍ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ