ອົດ​ສະ​ຕາ​ລີ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮອບ​ດ້ານ​ກັບ ຫວຽດ​ນາມ

(VOVWORLD) - ທີ່ການຕ້ອນຮັບທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເຂົ້າຢ້ຽມຂ່ຳນັບໃນວັນທີ 9 ກຸມພາ, ທ່ານ Andrew Wallace ປະທານສະພາຕ່ຳຄົນໃໝ່ຂອງ ອົດສະຕາລີ ເນັ້ນໜັກວ່າ ຢາກຊຸກຍູ້ສາຍພົວພັນຮອບດ້ານກັບ ຫວຽດນາມ. 
ອົດ​ສະ​ຕາ​ລີ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮອບ​ດ້ານ​ກັບ ຫວຽດ​ນາມ - ảnh 1ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເຂົ້າຢ້ຽມຂ່ຳນັບ ທ່ານ Andrew Wallace ປະທານສະພາຕ່ຳ ອົດສະຕາລີ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

 ທ່ານ ກໍສະແດງຄວາມປິຕິຊົມຊື່ນຕໍ່ຜົນງານພົ້ນເດັ່ນດ້ານເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2021, ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານໂລກລະບາດ ແລະ ຜົນງານທີ່ພົ້ນເດັ່ນໃນການຜັນຂະຫຍາຍບັ້ນສັກວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ. ທ່ານ Wallace ເຊື່ອໝັ້ນວ່າ ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດ ເຊື່ອມຕໍ່ສາຍການບິນການຄ້າຄືນໃໝ່ໂດຍໄວ ກໍຄື ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພົວພັນແລກປ່ຽນປະຊາຊົນ.

        ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ແລະ ທ່ານປະທານສະພາຕ່ຳ Wallace ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ສາຍພົວພັນສອງຝ່າຍ, ພິເສດແມ່ນການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1973 – 2023).


ຕອບກັບ

ຂ່າວ/ບົດ​ອື່ນ