ອົດສະ​ຕາ​ລີ ສ້າງ​ຕັ​້ງອົງການ​ຟື້ນ​ຟູປ່າ​ໄມ້​ແຫ່ງ​ຊາດພາຍຫຼັງ​ເຫດ​ໄຟ​ໄໝ້ປ່າ

(VOVWORLD) -ມີສັດ, ພືດປະມານ 500 ລ້ານຢ່າງ ຖືກທໍາລາຍໃນເຫດໄຟໄໝ້ປ່າຄັ້ງຕ່າງໆທີ່ເກີດຂຶ້ນຢູ່ ອົດສະຕາລີ ນັບແຕ່ເດືອນກັນຍາ 2019 ອັນໄດ້ເຮັດໃຫ້ປະຊາຊົນນັບພັນຄົນຕ້ອງຍົກຍ້າຍໄປຍັງລັດ New South Wales ແລະ Victoria ຂອງອົດສະຕາລີ. 
ອົດສະ​ຕາ​ລີ ສ້າງ​ຕັ​້ງອົງການ​ຟື້ນ​ຟູປ່າ​ໄມ້​ແຫ່ງ​ຊາດພາຍຫຼັງ​ເຫດ​ໄຟ​ໄໝ້ປ່າ - ảnh 1 ໄຟໄມ້ປ່າຢູ່ອົດສະຕາລີ (ພາບ: ABC)

        ຕອນເຊົ້າວັນທີ 5 ມັງກອນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ປະກາດສ້າງຕັ້ງອົງການຟື້ນຟູປ່າໄມ້ແຫ່ງຊາດພາຍຫຼັງເຫດໄຟໄໝ້ປ່າ, ເພື່ອແນໃສ່ຊ່່ວຍອໍານາດການປົກຄອງສະຫະລັດ ໃຫ້ການໜູນຊ່ວຍດ້ານການເງິນ ເພື່ອຮັບໃຊ້ໃຫ້ແກ່ບັນດາຄວາມມານະພະຍາຍາມຟື້ນຟູປ່າຄືນໃໝ່ ພາຍຫຼັງເກີດໄຟໄໝ້ປ່າ ເປັນຕົ້ນແມ່ນ ໂອນເງິນໜູນຊ່ວຍຂອງລັດຖະບານ, ກໍ່ສ້າງພື້ນຖານໂຄງລ່າງຄືນໃໝ່ ແລະ ໃຫ້ການໜູນຊ່ວຍຕ່າງໆ ເພື່ອແນໃສ່ຟື້ນຟູສຸຂະພາບ ແລະ ຈິດໃຈຂອງບັນດາປະຊາຄົມທີ່ຖືກຜົນສະທ້ອນຈາກໄຟໄໝ້ປ່າ. ບັນດານັກນິເວດວິທະຍາ ສັງກັດ ມະຫາວິທະຍາໄລ Sydney ໃຫ້ຮູ້ວ່າ ມີສັດ, ພືດປະມານ 500 ລ້ານຢ່າງ ຖືກທໍາລາຍໃນເຫດໄຟໄໝ້ປ່າຄັ້ງຕ່າງໆທີ່ເກີດຂຶ້ນຢູ່ ອົດສະຕາລີ ນັບແຕ່ເດືອນກັນຍາ 2019 ອັນໄດ້ເຮັດໃຫ້ປະຊາຊົນນັບພັນຄົນຕ້ອງຍົກຍ້າຍໄປຍັງລັດ New South Wales ແລະ Victoria ຂອງອົດສະຕາລີ. ເນື້ອທີ່ດິນປະມານ 5,8 ລ້ານ ແຮັກຕາ ຖືກເຜົາຜານ ແລະ ມີປະຊາຊົນເສຍຊີວິດຢ່າງໜ້ອຍສຸດ 17 ຄົນ ແລະ ມີເຮືອນຫຼາຍກວ່າ 1.000 ຫຼັງຖືກທໍາລາຍ.


ຕອບກັບ

ຂ່າວ/ບົດ​ອື່ນ