ອົດສະຕາລີ ສ້າງແຜນການເປີດດ່ານຊາຍແດນໃຫ້ແກ່ນັກສຶກສາ ແລະ ນັກທຸລະກິດຕ່າງປະເທດ

(VOVWORLD) - ວັນທີ 14 ມິຖຸນາ, ທ່ານ Greg Hunt ລັດຖະມົນຕີກະຊວງສາທາລະນະສຸກ ອົດສະຕາລີ ໃຫ້ຮູ້ວ່າ: ປະເທດນີ້ ພວມພິຈາລະນາແຜນການເປີດດ່ານຊາຍແດນໃຫ້ແກ່ບັນດານັກທຸລິກິດ, ພໍ່ຄ້າຊາວຂາຍຕ່າງປະເທດ ໄດ້ອະນຸຍາດເຂົ້າເມືອງປະເທດນີ້.
ອົດສະຕາລີ ສ້າງແຜນການເປີດດ່ານຊາຍແດນໃຫ້ແກ່ນັກສຶກສາ ແລະ ນັກທຸລະກິດຕ່າງປະເທດ - ảnh 1 ອົດສະຕາລີ ສ້າງແຜນການເປີດດ່ານຊາຍແດນໃຫ້ແກ່ນັກສຶກສາ ແລະ ນັກທຸລະກິດຕ່າງປະເທດ (ພາບ: THX/TTXVN)

   ການປະກາດດັ່ງກ່າວ ໄດ້ຍົກອອກມາພຽງແຕ່ 2 ວັນ ພາຍຫລັງທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຮັບຮູ້ວິທີການໃຫ້ນັກສຶກສາສາກົນກັບຄືນປະເທດນີ້ໂດຍໄວທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ Morrison ໄດ້ໃສ່ໃຈວ່າ ເລື່ອງ “ເປີດດ່ານຊາຍແດນ” ພຽງແຕ່ໄດ້ປະຕິບັດ ຖ້າບັນດາລັດ ແລະ ເຂດດິນແດນຂອງ ອົດສະຕາລີ ຕົກລົງຍົກເລີກຄຳສັ່ງປິດລ້ອມຊາຍແດນລັດ, ອະນຸຍາດໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນອື່ນໆ ແລະ ແຂກທ່ອງທ່ຽວສາກົນໄດ້ໄປມາເປັນປົກກະຕິຄືນໃໝ່ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ