ອົດສະຕາລີ ເລີ່ມຜັນຂະຫຍາຍຂໍ້ລິເລີ່ມຄວາມໝັ້ນຄົງທາງອິນເຕີເນັດ ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) - ອົດສະຕາລີ ຈະເລີ່ມສະໜອງໃຫ້ບັນດາພົນລະເມືອງ ອົດສະຕາລີ ແລະ ປະຊາຊົນໃນທົ່ວພາກພື້ນໂດຍບໍ່ເສຍຄ່າ, ໃນນັ້ນ, ມີບັນດາປະເທດເກາະຢູ່ປາຊີຟິກ, ບັນດາການໜູນຊ່ວຍ ແລະ ແນະນຳກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງອິນເຕີເນັດຈາກບັນດາອົງການການທູດ ແລະ ບັນດາອົງການສະເພາະກິດຂອງ ອົດສະຕາລີ.

ວັນທີ 27 ກັນຍາ, ກະຊວງປ້ອງກັນປະເທດ ອົດສະຕາລີ ປະກາດການຜັນຂະຫຍາຍຂໍ້ລິເລີ່ມຄວາມໝັ້ນຄົງທາງອິນເຕີເນັດ ມະຫາສະໝຸດອິນເດຍ - ປາຊີຟິກຢ່າງເປັນທາງການ, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື, ການໜູນຊ່ວຍ ແລະ ແນະນຳບັນດາປະເທດໃນພາກພື້ນໃນການຮັບປະກັນຄວາມໝັ້ນຄົງທາງອິນເຕີເນັດ. ນີ້ໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງໃນການຜັນຂະຫຍາຍຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟີກ ຂອງ ອົດສະຕາລີ ດ້ວຍການໜູນຊ່ວຍຕັ້ງໜ້າຂອງ ອາເມລິກາ ແລະ ບັນດາປະເທດ ພັນທະມິດໃນພາກພື້ນ.

        ຕາມນັ້ນແລ້ວ, ອົດສະຕາລີ ຈະເລີ່ມສະໜອງໃຫ້ບັນດາພົນລະເມືອງ ອົດສະຕາລີ ແລະ ປະຊາຊົນໃນທົ່ວພາກພື້ນໂດຍບໍ່ເສຍຄ່າ, ໃນນັ້ນ, ມີບັນດາປະເທດເກາະຢູ່ປາຊີຟິກ, ບັນດາການໜູນຊ່ວຍ ແລະ ແນະນຳກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງອິນເຕີເນັດຈາກບັນດາອົງການການທູດ ແລະ ບັນດາອົງການສະເພາະກິດຂອງ ອົດສະຕາລີ. ຂໍ້ລິເລີ່ມນີ້ຈະໜູນຊ່ວຍຫຼາຍປະເທດໃນພາກພື້ນ ທີ່ພວມຕ້ອງປະເຊີນໜ້າກັບໄພນາບຂູ່ຢ່າງຕໍ່ເນື່ອງຈາກອາດຊະຍາກຳທາງອິນເຕີເນັດ ແລະ ບັນດາປັດໄຈຊົ່ວຮ້າຍທາງອິນເຕີເນັດອື່ນໆ ທີ່ກໍ່ໃຫ້ເກີດໄພຄວາມສ່ຽງໃຫ້ແກ່ບັນດາວິສາຫະກິດ, ລັດຖະບານກໍ່ຄືປະຊາຊົນ. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ແລ້ວ, ການເຕີບໂຕເສດຖະກິດໃນພາກພື້ນໃນປະຈຸບັນ ພວມໄປຄຽງຄູ່ກັບວິວັດການຫັນເປັນດີຈີຕອນ. ດັ່ງນັ້ນ, ຂໍ້ລິເລີ່ມນີ້ຈະໜູນຊ່ວຍ ບັນດາປະເທດໃນພາກພື້ນ ສ້າງຄວາມສາມາດໃນການປ້ອງກັນ, ຕ້ານ ແລະ ຟື້ນຟູທີ່ດີກ່ວາຕໍ່ບັນດາການເຄື່ອນໄຫວອາດຊະຍາກຳທາງອິນເຕີເນັດ, ສໍ້ໂກງທາງອິນເຕີເນັດ ແລະ ບັນດາຄວາມສ່ຽງທາງອິນເຕີເນັດອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ