ອົດສະຕາລີ ແລະ ຟີລິບປິນ ຈະລາດຕາເວນຮ່ວມຢູ່ທະເລຕາເວັນອອກ

(VOVWORLD) - ວັນທີ 21 ສິງຫາ, ເປັນຄັ້ງທຳອິດທີ່ ອົດສະຕາລີ ແລະ ຟິລິບປິນ ໄດ້ດຳເນີນການຝຶກຊ້ອມບຸກໂຈມຕີທາງອາກາດຮ່ວມຢູ່ທະເລຕາເວັນອອກ, ຄືດັ່ງສ່ວນໜຶ່ງຂອງການຊ້ອມຮົບ Alon.

ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອົດສະຕາລີ ແລະ ຟິລິບປິນ ພວມໄດ້ເພີ່ມທະວີຢ່າງວ່ອງໄວ ເມື່ອສອງປະເທດໄດ້ຈັດການຊ້ອມຮົບຮ່ວມຄັ້ງທຳອິດ. ຟິລິບປິນ ໄດ້ສົ່ງທະຫານເຂົ້າຮ່ວມການຊ້ອມຮົບມີຊື່ວ່າ Alon ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 14 – 31 ສິງຫາ ໂດຍ ອົດສະຕາລີ ຈັດຂຶ້ນໃນຂອບເຂດບັ້ນຮົບ ມະຫາສະໝຸດ ອິນເດຍ - ປາຊີຟິກ 2023. ວັນທີ 21 ສິງຫາ, ເປັນຄັ້ງທຳອິດທີ່ ອົດສະຕາລີ ແລະ ຟິລິບປິນ ໄດ້ດຳເນີນການຝຶກຊ້ອມບຸກໂຈມຕີທາງອາກາດຮ່ວມຢູ່ທະເລຕາເວັນອອກ, ຄືດັ່ງສ່ວນໜຶ່ງຂອງການຊ້ອມຮົບ Alon.

        ຕາມທ່ານ Richard Marles, ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ແລ້ວ, ບໍ່ພຽງແຕ່ຢຸດຢູ່ໃນການຊ້ອມຮົບຄັ້ງນີ້ ເທົ່ານັ້ນ, ອົດສະຕາລີ ແລະ ຟິລິບປິນ ຍັງຈະມີການເຄື່ອນໄຫວຕ່າງໆດ້ານການທະຫານຮ່ວມໃນອະນາຄົດອີກດ້ວຍ, ໃນນັ້ນ ມີການລາດຕາເວນຮ່ວມຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ