ອົດສະຕາລີກ່າວປະນາມການກະທຳ “ບີບບັງຄັບ” ຂອງຈີນ ຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 02 ສິງຫາ, ລັດຖະບານອົດສະຕາລີ ໄດ້ອອກສຽງຄັດຄ້ານບັນດາການກະທຳຫວ່າງມໍ່ໆມານີ້ຂອງຈີນ ຢູ່ທະເລຕາເວັນອອກ ຢ່າງເປັນທາງການ, ໃນນັ້ນລວມທັງເລື່ອງຈີນ ກີດຂວາງການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ.

ອົດສະຕາລີກ່າວປະນາມການກະທຳ “ບີບບັງຄັບ” ຂອງຈີນ ຢູ່ທະເລຕາເວັນອອກ - ảnh 1 ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne

(ພາບປະກອບ: The Australia)

ໃນຖະແຫຼງການຮ່ວມເຊິ່ງໄດ້ຍົກອອກມາໃນຕອນຄ່ຳວັນທີ 02 ສິງຫາ, ຢູ່ນະຄອນຫຼວງບາງກອກ, ປະເທດໄທ, ລັດຖະມົນຕີການຕ່າງປະເທດ 3 ປະເທດຄື: ອາເມລິກາ, ຍີ່ປຸ່ນ ແລະ ອົດສະຕາລີ ໄດ້ຮຽກຮ້ອງໃຫ້ຈີນ ຢຸດຕິບັນດາການກະທຳ “ບີບບັງຄັບ” ພຽງລຳພັງຝ່າຍດຽວຂອງປະເທດນີ້ຢູ່ທະເລຕາເວັນອອກ.

        ຖະແຫຼງການໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບເລື່ອງ ຈີນ ຜັນຂະຫຍາຍບັນດາລະບົບລູກສອນໄຟກ້າວໜ້າຢູ່ທະເລຕາເວັນອອກ ແລະ ມີບັນດາບົດລາຍງານທີ່ໄວ້ເນື້ອເຊື່ອໃຈໄດ້ຊີ້ໃຫ້ເຫັນວ່າ ປະເທດນີ້ກີດຂວາງບັນດາໂຄງການຂຸດຄົ້ນນ້ຳມັນອາຍແກັດ ເຊິ່ງຫວຽດນາມ ໄດ້ເຄື່ອນໄຫວມາແຕ່ດົນນານ. ລັດຖະມົນຕີການຕ່າງປະເທດ 3 ປະເທດດັ່ງກ່າວໄດ້ຖະແຫຼງວ່າ ຈະເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອຊຸກຍູ້ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດມະຫາສະມຸດອິນເດຍ - ປາຊີຟິກ.

        ຕາມແຜນການ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດປະຈຳປີ ອົດສະຕາລີ - ອາເມລິກາ (Ausmin) ຈະດຳເນີນຢູ່ Sydney ໃນລະຫວ່າງວັນທີ 03 – 08 ສິງຫາ. ໃນບັນດາເນື້ອໃນທີ່ຄາດຄະເນໄວ້ນັ້ນ ຈະໄດ້ນຳມາແລກປ່ຽນລວມມີບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ແລະ ການກະທຳຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ