ອົດສະຕາລີຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນຢູ່ທະເລຕາເວັນອອກ

ອົດສະຕາລີຄັດຄ້ານບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີອົດສະຕາ​ລີ Tony Abbott
(ພາບ: Reuters)


​(vovworld) - ວັນ​ທີ 04/06, ທ່ານ​ນາຍົກລັດຖະມົນຕີອົດສະຕາ​ລີ Tony Abbott ​ໃຫ​້ຮູ້​ວ່າ, ລັດຖະບານ​ປະ​ເທ​​ດນີ້​ໄດ້ມີ​ຫຼັກ​ໝັ້ນ​ແຂງ​​ແຮງ ​ເພື່ອຄັດຄ້ານ​ການ​ກະທຳ​ດ້ານ​ການ​ທະຫານ​ຂອງຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​​ໄດ້ກ່າວ​ປະນາມ​ບັນດາ​ການ​ກະທຳພຽງ​ລຳ​ພັງ​ຝ່າ​ຍດຽວ ​ແນ​ໃສ່​ເປີດ​ກວ້າງ​ອະທິປະ​ໄຕ​ຢູ່​ເຂດທີ່​ພວມຂັດ​ແຍ້​ງກັນ. ນີ​້ແມ່ນ​ຄຳ​ຖະ​ແຫຼ​ງຢ່າງ​ຮຸ້ນແຮງ​ທີ່​ສຸດ​ຂອງ​ເຈົ້າ​ໜ້າ​ທີ່​ອົດ​ສະ​ຕາ​ລີ ທີ່ກ່ຽວ​ຂ້ອງ​ເຖິງ​ບັນຫາ​ດັ່ງກ່າວ. ທ່ານ​ນາຍົກລັດຖະມົນຕີ Abbott ຢືນຢັນ​ວ່າ, ຍາມ​ໃດ​ອົດ​ຕາ​ລີ ກໍ່​ມີ​ຫຼັກ​ໝັ້ນ​ຢ່າງຈະ​​​ແຈ້ງ ​ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ອົດ​ສະ​ຕາ​ລີ ບໍ່​ຂຶ້ນກັບ​ຝ່າຍ​ໃດ​ໃນ​ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕຢູ່​ພາກ​ພື້ນ, ​ແຕ່​ຄັດ​ຄ້ານ​ບໍ່​ວ່າການ​ປ່ຽນ​ແປ່​ງສະພາບ​ເດີມ​ໃດພຽງ​ລຳ​ພັງ​ຝ່າ​ຍດຽວ. ບັນດາ​ການ​ຂັດ​ແຍ້​ງກັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສັນຕິ​ວິທີ ​ແລະ ​ເໝ​າະສົມ​ກັບ​ກົດໝາຍ​ສາກົນ. ອົດ​ສະ​ຕາ​ລີ ຈະ​​ປະຕິບັດທຸກ​ສິ່ງ​ທຸກຢ່າງ​ທີ່​ສາມາດ​ເຮັດ​ໄດ້ ເພື່ອ​ຮັກສາຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງອາກາດ. ​ໃນ​ທ້າຍ​ສັບປະດາ​ຜ່າ​ນມາ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດ​ສະ​ຕາ​ລີ Kevin Anderws ​ໄດ້​ມີ​ບົດ​ກ່າ​ວປາ​ໄສ​ທີ່​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ສິງ​ກະ​ໂປ, ​ໃນ​ນັ້ນ ຮຽກ​ຮ້ອງ​ໃຫ້​ຈີນ ຢຸດ​ຕິການ​ກໍ່ສ້າງ​ບັນດາ​​​ເກາະໃນເຂດ​ທະ​ເລ​ທີ່​ມີ​ການ​ຂັດແຍ້​ງກັນ ຢູ່​ທິດ​ເໜືອ​ອົດ​ສະ​ຕາ​ລີ. ທ່ານ Anderws ຢືນຢັນ​ວ່າ, ອົດ​ສະ​ຕາ​ລີ ຄັດ​ຄ້ານ​ບໍ່​ວ່າການ​ກະທຳບິບບັງຄັບ ຫຼື ປ່ຽນ​​ແປ່ງສະພາບ​ເດີມ​ໃດໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫຼື ທະ​ເລ ຮວາ​ຕຸງພຽງ​ລຳພັງ​ຝ່າຍ​ດຽວ, ພ້ອມ​ທັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​​​ວ່າ​ ບັນດາ​​ເກາະ​ທຽມຈະໄດ້ນຳໃຊ້​ເຂົ້າ​ໃນ​ຈຸດປະສົງດ້ານ​ການ​ທະຫານ.

ຂ່າວ/ບົດ​ອື່ນ