ອົດສະຕາລີເປີດປະຕູຕະຫຼາດໃຫ້ໝາກມ່ວງຫວຽດນາມຢ່າງເປັນທາງການ

ອົດສະຕາລີເປີດປະຕູຕະຫຼາດໃຫ້ໝາກມ່ວງຫວຽດນາມຢ່າງເປັນທາງການ - ảnh 1
​ບົດ​ບັນ​ທຶກ​ຊ່ວຍ​​ຈ​ຳ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ
ຈຳ​ໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດ
(ພາບ: vietnamexport.com)


(vovworld) - ອົງ​ການ​ການ​ຄ້າ​ຫວຽດ​ນາມ ປ​ະ​ຈຳ​ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ, ໃນ​ເດືອນ 09 ນີ້, ມີ​ໝາກ​ມ່ວນ​ສົດ​ຊຸດທຳ​ອິດ ຈະ​​ມີ​ໜ້າ​ຢູ່​ຕະ​ຫຼາດ​ອົດ​ສະ​ຕາ​ລີ, ເຊິ່ງ​ແມ່ນ​ໝາກ​ມ່ວງ​ຂອງ​ສະ​ຫະ​ກອນ​ໝາກ​ມ່ວງ ຊ໋ວຍ​ເລີ້ນ (ເມືອງ​ຊວນລົກ, ແຂວງ ດົ່ງ​ນາຍ), ຫົວ​ໜ່ວຍ​ໄດ້​ເຈ​ລະ​ຈາ ແລະ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກັບ 2 ຄູ່​ຮ່ວມ​ມື​ທີ່​ມາ​ຈາກ​ອົດ​ສະ​ຕາ​ລີ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ແຕ່​ລະ​ວັນ​ຈະ​ມີ​ໝາກ​ມ່ວງປະ​ມານ 18 ໂຕນ​ຂອງ​ສະ​ຫະ​ກອນ​​ນ​ຖືກ​ນຳ​ເຂົ້າ​ຕະ​ຫຼາດ​ອົດ​ສະ​ຕາ​ລີິ ເພື່ອ​ຂາຍ​ຢູ່​ບັນ​ດາ​ຮ້ານ​ສັບ​ພະ​ສິນ​ຄ້າ, ຕະ​ຫຼາດ​ຂາຍສົ່ງ.

        ປະ​ຈຸ​ບັນ, ໝາກ​ມ່ວງ​ໄດ້​ກາຍ​ເປັນ​ໝາກ​ໄມ້​ສົດ​ຊະ​ນິດ​ທີ 2 ຂອງ​ຫວຽດ​ນາມ, ຖ​ັດ​ຈາກໝາກ​ລີ້ນ​ຈີ່ ໄດ້​ຮັບ​ໜັງ​ສື​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ຕະ​ຫຼ​າດ​ຄຸນ​ນະ​ພາ​ບ​ສູງນີ້. ເພື່ອ​ສົ່ງ​ເສີມ​ດ້ານ​ການ​ຄ້າ, ສະ​ຖານ​ທ​ູ​ດ​ ແລະ ອົງ​ການ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ການ​​ແນະ​ນຳໝາກ​ມ່ວງ​ຫວຽດ​ນາມ, ເຊື່ອ​ມ​ຕໍ່​ແລກ​ປ່ຽນ​ດ້ານ​ການ​ຄ້າ ນຳ​ໝາກ​ມ່ວງ​ຫວຽດ​ນາມ ເຂົ້າ​ຕະ​ຫຼາດນີ້.  ນອ​ກນນັ້ນ, ​ຍັງມີ​ບົດ​ບັນ​ທຶກ​ຊ່ວຍ​​ຈ​ຳ​ກ່ຽວ​ກັບ​ການ​ໜູນ​ຊ່ວຍຈຳ​ໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດ​ເວົ້າ​ລວມ ແລະ ໝາກ​ໄມ້​ສົດ​​ຂອງ​ຫວຽດ​ນາມ ເວົ້​າ​ສະ​ເພາະ ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ອົງ​ການ​ການ​ຄ້າຫວຽດ​ນາມ ແລະ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ.

ຂ່າວ/ບົດ​ອື່ນ