ອົດສະຕາລີໃຫ້ຄຳໝັ້ນສັນຍາໜູນຊ່ວຍອາຊຽນສ້າງປະຊາຄົມແລະປະຕິບັດວິໄສທັດອາຊຽນ 2025

(VOVWORLD) -ວັນທີ 24 ພຶດສະພາ, ກອງປະຊຸມຄັ້ງທີ 9 ຄະນະກຳມະການຮ່ວມມືລວມອາຊຽນ - ອົດສະຕາລີ ໄດ້ດຳເນີນຢູ່ສຳນັກງານຄະນະເລຂາອາຊຽນ, ທີ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ

ອົດສະຕາລີໃຫ້ຄຳໝັ້ນສັນຍາໜູນຊ່ວຍອາຊຽນສ້າງປະຊາຄົມແລະປະຕິບັດວິໄສທັດອາຊຽນ 2025 - ảnh 1(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ດ້ວຍຈຸດສຸມສຳຫຼວດກວດຄືນການພົວພັນລະຫວ່າງອາຊຽນ - ອົດສະຕາລີ ໃນປີຜ່ານມາ ແລະ ປຶກສາຫາລືການກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດຮ່ວມມືໃນໄລຍະຜ່ານມາ. ກ່ຽວກັບການຜັນຂະຫຍາຍແຜນການກະທຳອາຊຽນ - ອົດສະຕາລີ ໄລຍະ 2015 – 2019, ອາຊຽນ ແລະ ອົດສະຕາລີ ປະຕິບັດໄດ້ 109/113 ການກະທຳ, ບັນລຸອັດຕາສ່ວນໄດ້ 96%. 2 ຝ່າຍກໍ່ເຫັນດີຈະຮີບຮ້ອນປະຕິບັດບັນດາການກະທຳທີ່ຍັງເຫຼືອໃນປີນີ້; ພ້ອມທັງສົມທົບກັນສ້າງແຜນການກະທຳໄລຍະໃໝ່ 2020 – 2024 ໃຫ້ສຳເລັດ. ອົດສະຕາລີ ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍອາຊຽນ ສ້າງປະຊາຄົມ ແລະ ປະຕິບັດວິໄສທັດອາຊຽນ 2025, ຖືເປັນສຳຄັນບົດບາດໃຈກາງຂອງອາຊຽນ ໃນການປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ອົດສະຕາລີ ປະກາດຈະສະຫງວນຈຳນວນເງິນ 2 ລ້ານ USD ໃຫ້ແກ່ການຮ່ວມມືດ້ານຄວາມໝັ້ນຄົງ, ຜັນຂະຫຍາຍໂຄງການ “Australia now - ASEAN 2019” ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮັບຮູ້ກ່ຽວກັບການພົວພັນລະຫວ່າງອົດສະຕາລີ ແລະ ບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ