ອິດສະຣາແອນ ຈັບຕົວສະມາຊິກບັນດາ ຂະບວນການອິດສະລາມຂອງຊາວ ປາແລດສະຕິນ

ອິດສະຣາແອນ ຈັບຕົວສະມາຊິກບັນດາ ຂະບວນການອິດສະລາມຂອງຊາວ ປາແລດສະຕິນ - ảnh 1
ທະຫານ​ອິດສະ​ລາມ Jihad ຜູ້ໜື່ງ
( ພາບ: Reuters )


( vovworld ) – ໃນ​ວັນ​ທີ 21/3, ທະຫານ​ອິດສະຣາ​ແອນ ໄດ້​ຈັບ​ຕົວ Izz El Deen Jafar, ຜູ້ນຳ​ຂັ້ນ​ສູງ​ຂອງ​ຂະ​ບວນການ​ອິດສະ​ລາມ Jihad ຂອງ​ຊາວປາ​ແລດ​ສະຕິນ ຢູ່​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ອົງການ​ຄວາມ​ສະຫງົບ​ປອດ​ໄພອິດສະຣາ​ແອນ ກໍ​ຈັບ​ຕົວ Mahmed Abu Adara, ສະມາຊິກ​ຜູ້​ໜື່ງຂອງ​ຂະ​ບວນການ​ອິດສະ​ລາມ Hamas ຢູ່​ເຂດກາ​ຢາ. ການ​ຈັບ​ຕົວ​ສະມາຊິກ​ຂັ້ນ​ສູງ​ຂອງ​ຂະ​ບວນການ​ອິດສະ​ລາມຂອງ​ຊາວ​ປາ​ແລດ​ສະຕິ​ນ ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ 2,3 ວັນ​ທີ່​ອິດສະຣາ​ແອນ ​ແລະ ບັນດາ​ຝ່າຍ​ຂອງ​ປາ​ແລດ​ສະຕິ​ນ ຢູ່​ເຂດ​ກາ​ຢາ ​ຍິງ​ປຶ​ນ​ໃຫຍ່​ໃສ່​ກັນ​ໂດຍ​ບໍ່​ຫົວຊາ​ຕໍ່ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ຫາ​ກໍ​ບັນລຸ​ໄດ້​ລະຫວ່າງ​ສອງ​ຝ່າຍ​ພາຍ​ໃຕ້​ບົດບາດ​ໄກ່​ເກ່ຍຂອງ​​ເອຍີບ.

ຂ່າວ/ບົດ​ອື່ນ