ອິດສະຣາແອນ ຍັງຄົງສືບຕໍ່ຍູ້ແຮງການບຸກໂຈມຕີທາງອາກາດຢູ່ເຂດ ກາຊາ

(VOVWORLD) - ຕາມອົງການການແພດ ຂອງ ປາແລດສະຕິນ ຢູ່ເຂດ ກາຊາ, ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃນວັນດຽວກັນໄດ້ເຮັດໃຫ້ 24 ຄົນເສຍຊີວິດຢູ່ເຂດຄ້າຍລີ້ໄພ Jabalia
ອິດສະຣາແອນ ຍັງຄົງສືບຕໍ່ຍູ້ແຮງການບຸກໂຈມຕີທາງອາກາດຢູ່ເຂດ ກາຊາ - ảnh 1ອິດສະຣາແອນ ຍັງຄົງສືບຕໍ່ຍູ້ແຮງການບຸກໂຈມຕີທາງອາກາດຢູ່ເຂດ ກາຊາ
(ພາບ: AFP/TTXVN)

ວັນທີ 17 ທັນວາ, ກອງທັບ ອິດສະຣາແອນ ສືບຕໍ່ຍູ້ແຮງການເຄື່ອນໄຫວບຸກໂຈມຕີທາງອາກາດຢູ່ເຂດ ກາຊາ ເພື່ອແນໃສ່ເຮັດໃຫ້ຂະບວນການ ອິດສະຣາແອນ ຮາມາດ ອອກຈາກເຂດດິນແດນແຫ່ງນີ້. ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຢັ້ງຢືນວ່າ: ປະເທດນີ້ຈະປະຕິບັດບັນດາການເຄື່ອນໄຫວດ້ານການທະຫານຈົນຮອດຈຸດເວລາທີ່ບັນດາຕົວປະກັນທີ່ຖືກ ຮາມາດ ຈັບຕົວ ໄດ້ຮັບການປ່ອຍຕົວທັງໝົດ.

        ຕາມອົງການການແພດ ຂອງ ປາແລດສະຕິນ ຢູ່ເຂດ ກາຊາ, ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃນວັນດຽວກັນໄດ້ເຮັດໃຫ້ 24 ຄົນເສຍຊີວິດຢູ່ເຂດຄ້າຍລີ້ໄພ Jabalia ແລະ ມີຫຼາຍຄົນຍັງຢູ່ໃຕ້ຊາກຫັກພັງ. ຕາມບັນດາຜູ້ເຫັນເຫດການແລ້ວ, ອິດສະຣາແອນ ຍັງຖິ້ມລະເບີດຢູ່ເຂດ Bani Suhaila ຂຶ້ນກັບທາງທິດຕາເວັນອອກຂອງນະຄອນ Khan Younis, ນະຄອນໃຫຍ່ແຫ່ງທີ່ສອງຂອງເຂດ ກາຊາ.

 

ຕອບກັບ

ຂ່າວ/ບົດ​ອື່ນ