ອິດສະຣາແອນ ຖະແຫຼງ ກຽມພ້ອມໃຫ້ແກ່ບັ້ນຮົບທີ່ແກ່ຍາວ 30 ວັນພາຍຫຼັງບຸກໂຈມຕີ ອີຣານ

ອິດສະຣາແອນ ຖະແຫຼງ ກຽມພ້ອມໃຫ້ແກ່ບັ້ນຮົບທີ່ແກ່ຍາວ 30 ວັນພາຍຫຼັງບຸກໂຈມຕີ ອີຣານ - ảnh 1
ພາບປະກອບ

(vovworld) – ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອິດສະ​ຣາ​ແອນ Matan Vilnai ຖະ​ແຫຼ​ງວ່າ: ປະ​ເທດ​ນີ້​ໄດ້​ກະກຽມ​ໃຫ້​ແກ່​ບັ້ນ​ຮົບ​ທີ່​ແກ່ຍາວ 30 ວັນ​​ໃນ​ທຸກໆ​ສະໜາມຮົບ ຖ້າ​ຫາກ​ປະ​ເທດ​ນີ້​ຕົກລົງ​ບຸກ​ໂຈມ​ຕີ ອີຣານ. ​ໃນ​ການ​ຕອບ​ສຳພາດ​ຕໍ່​ໜັງສືພິມ Maariv ​ເມື່ອ​ວັນ​ທີ 15/8, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Matan Vilnai ​ເວົ້າ​ວ່າ: ອິດສະຣາ​ແອນ ພ້ອມ​ແລ້ວ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ທຸກໆ​ຜົນ​ຮ້າຍ​ຢ້ອນ​ຫຼັງ ຈາກການ​ປະ​ທະ​ກັນ​ກັບ ອີຣານ ​ແລະ ການບຸກ​ໂຈມ​ຕີ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Matan Vilnai  ກໍ​ກ່າວ​ເຕື່ອນວ່າ ທຸກໆ​ການ​ກະທຳດ້ານ​ການ​ທະ​ຫານ ກໍ​ຈະ​ໄດ້​ຮັບ​ການ​ຊັ່ງ​ຊາ​ຢ່າງ​ຮອບ​ຄອບ​ຖີ່​ຖ້ວນ ​ແລະ ຍາມ​ໃດ ອິດ​ສະຣາ​ແອນ ກໍ່ຈະ​ສົມທົບ​ກັບ ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ