ອິດສະຣາແອນ ຖະແຫຼງ ຕັດສາຍພົວພັນກັບສະພາສິດທິມະນຸດ ສປຊ

ອິດສະຣາແອນ ຖະແຫຼງ ຕັດສາຍພົວພັນກັບສະພາສິດທິມະນຸດ ສປຊ - ảnh 1
​ໂຄງການສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ຊາວ​ຢິວ ຢູ່Jerusalem ​ຕາ​ເວັນ​ອອກ
(ພາບ: AFP)

(vovworld) – ວັນ​ທີ 26/3, ລັດຖະບານ​ອິດສະຣາ​ແອນ​ຖະ​ແຫຼ​ງວ່າ: ປະ​ເທດ​ນີ້​ຕັດ​ສາຍ​ພົວພັນ​ກັບ​ສະພາ​ສິດທິ​ມະນຸ​ດສະຫະ​ປະຊາ​ຊາດ (ຫຼື UNHCR) ພາຍຫຼັງ​ທີ່​ໃນ​ອາທິດ​​ແລ້ວ​ນີ້ ອົງການ​ນີ້ຖະ​ແຫຼ​ງຈະ​ສືບສວນ​ບັນດາ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຊາວ​ຢິວຢູ່​ພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ຖືກ​ຢຶດຄອງ. ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ອິດສະຣາ​ແອນ, ທ່ານ Yigal Palmor ຖື​ວ່າ: ການ​ສືບ​ສວນ​ຂອງ​ສະພາ​ສິດທິ​ມະນຸດສະ​ແດງ​ໃຫ້​ເຫັນ​ລັກສະນະ​ຂາດ​ພາວະ​ວິ​ໄສ​ຕໍ​ອິດສະຣາ​ແອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Palmor ຢືນຢັນ​ວ່າ: ອິດສະ​ຣາ​ແອນ​ຍັງ​ບໍ​ທັນ​ຮ່ວມ​ມື​ຢ່າງ​​ເຕັມ​ສ່ວນ​ກັບ​ອົງການ​ຕ່າງໆ​ຂອງ ສະຫະ​ປະຊາ​ຊາດ. ​ໃນ​ປະຕິກິລິຍາ​ຫລ້າ​ສຸດ, ອຳນາດ​ການ​ປົກຄອງ ປາ​ແລດ​ສະຕິ​ນຖື​ວ່າ: ​ເລື່ອງ ອິດສະ​ຣາ​ແອນ​ຕັດ​ສາຍ​ພົວພັນ​ກັບ​ສະພາ​ສິດທິ​ມະນຸດສະຫະ​ປະຊາ​ຊາດ​ແມ່ນ​ພະ​ຍານ​ຫຼັກ​ຖານ​ພິ​ສູດໃຫ້​ເຫັນ​ວ່າ: ອິດສະຣາ​ແອນ​ບໍ່​ເຄົາລົບ​ນັບຖື​ກົດ​ໝານ​ສາກົນ. ​ໂຄສົກ​ຂອງ​ອຳນາດ​ການ​ປົກຄອງ ປາ​ແລດ​ສະຕິ​ນ, ທ່ານ Ghassan Khatib ​ເນັ້ນ​ໜັກ​ວ່າ: ​ການ​ກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ແລະ Jerusalem ​ຕາ​ເວັນ​ອອກ ຈະ​ບໍ່​ຢຸດຕິລົງ ຖ້າ​ຫາກ​ບໍ​ມີ​ຄວາມ​ກົດ​ດັນ​ຈາກ​ປະຊາ​ຄົມ​​ໂລກ.

ຂ່າວ/ບົດ​ອື່ນ