ອິດສະຣາແອັນ ບຸກໂຈມຕີທາງອາກາດລົງໃຈກາງນະຄອນຫຼວງ Damascus ຂອງ ຊີຣີ

(VOVWORLD) -ຕາມບັນດາເຈົ້າໜ້າທີ່ ແລະ ຕົວພະຍານແລ້ວ, ເຫດບຸກໂຈມຕີທາງອາກາດ ຍັງເຮັດໃຫ້ຕຶກອາຄານຈຳນວນໜຶ່ງ ຢູ່ເມືອງມີສາມັນຊົນຫຼາຍຄົນໃກ້ກັບສະໜາມຫຼວງ Omayyad ຖືກເພເປ.
ອິດສະຣາແອັນ ບຸກໂຈມຕີທາງອາກາດລົງໃຈກາງນະຄອນຫຼວງ Damascus ຂອງ ຊີຣີ - ảnh 1(ພາບປະກອບ: AFP/TTXVN)

ຮຸ່ງເຊົ້າວັນທີ 19 ກຸມພາ, ອິດສະຣາແອັງ ໄດ້ບຸກໂຈມຕີທາງອາກາດໃສ່ຕຶກອາຄານຫຼັງໜຶ່ງ ຢູ່ເຂດຖະໜົນ Kafr Sousa, ໃຈກາງນະຄອນຫຼວງ Damascus ຂອງ ຊີຣີ. ເຫດບຸກໂຈມຕີດັ່ງກ່າວ ໄດ້ຮັດໃຫ້ 5 ຄົນ ຜູ້ເສຍຊີວິດ ແລະ ສາມັນຊົນ 15 ຄົນໄດ້ຮັບບາດເຈັບ. ຕາມບັນດາເຈົ້າໜ້າທີ່ ແລະ ຕົວພະຍານແລ້ວ, ເຫດບຸກໂຈມຕີທາງອາກາດ ຍັງເຮັດໃຫ້ຕຶກອາຄານຈຳນວນໜຶ່ງ ຢູ່ເມືອງມີສາມັນຊົນຫຼາຍຄົນໃກ້ກັບສະໜາມຫຼວງ Omayyad ຖືກເພເປ. ນີ້ແມ່ນເຂດມີບັນດາຕຶກອາຄານສູງ ແລະ ມີສາມັນຊົນເປັນຈຳນວນຫຼາຍ. ສື່ມວນຊົນທາງການຢູ່ ຊີຣີ ໄດ້ຄັດຄຳເວົ້າຂອງຕຳຫຼວດ ໂດຍໃຫ້ຮູ້ວ່າ, ມີປຊຊ ຈຳນວນໜຶ່ງໄດ້ເສຍຊີວິດ ແລະ ຖືກບາດເຈັບ ແຕ່ປະກາດແຈ້ງ. ໃນຂະນະນັ້ນ, ໂຄສົກກອງທັບ ອິດສະຣາແອັນ ໄດ້ປະຕິເສດຕອບຄຳຖາມກ່ຽວກັບເຫດການ. ເຖິງຢ່າງໃດກໍ່ຕາມ, ສື່ມວນຊົນ ອິດສະຣາແອັນ ໄດ້ຄັດສະເໜີແຫຼ່ງຂ່າວດ້ານການທະຫານໂດຍໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດ ໃນຕອນກາງຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ