ອິດສະຣາແອນ ບັນລຸຂໍ້ຕົກລົງສ້າງຕັ້ງສຳພັນທະມິດກຳອຳນາດ

ອິດສະຣາແອນ ບັນລຸຂໍ້ຕົກລົງສ້າງຕັ້ງສຳພັນທະມິດກຳອຳນາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອິດສະ​ຣາ​ແອນ Benjamin Netanyahu
(ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) - ວັນ​ທີ 14/3, ທ່ານ​ນາຍົກລັດຖະມົນຕີ ອິດສະ​ຣາ​ແອນ Benjamin Netanyahu ບັນລຸ​ໄດ້​ຂໍ້​ຕົກລົງ​ສ້າງ​ລັດຖະບານສຳ​ພັນທະ​ມິດ​ໃໝ່ ຢູ່​ປະ​ເທດ​ນີ້. ຕາມ​ນັ້ນ​ແລ້ວ, ພັນທະ​ມິດ​ຝ່າຍ​ຂວາ Likud – Beitenu ຂອງ​ນາຍົກລັດຖະມົນຕີ Benjamin Netanyahu  ຈະ​ຮ່ວມ​ສຳພັນ​ກັບ​ພັກ Yesh Atid ຕາມ​ແນວທາງ​ເປັນກາງ ​ແລະ ພັກ​ຊາຍ​ຄາ ຊາວ​ຢິວ ຫົວ​ຮຸນ​ແຮງພ້ອມ​ກັບ​ຝ່າຍ​ໜຶ່ງ​ຂອງ​ອະ​ດິດລັດຖະມົນຕີ ການ​ຕ່າງປະ​ເທດ Tzipi Livni. ລັດຖະບານ​ໃໝ່ ຂອງ ອິດສະຣາ​ແອນ ອາດ​ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ອາທິດໜ້າ. ລັດຖະບານ​ໃໝ່​ຈະ​ມີ​ທ່າ​ອ່ຽງ ​​ໄປ​ຕາມ​ຝ່າຍ​ຂວາທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ, ​ເມື່ອບຸກຄົນ​ຈຳນວນ​ໜຶ່ງ​ໄດ້​​ຮັບຜິດຊອບ​ໜ້າ​ທີ່​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢິວ.

ຂ່າວ/ບົດ​ອື່ນ