ອິດສະຣາແອນ, ປາແລດສະຕິນ ຈັດກອງປະຊຸມລັບ ເພື່ອພິຈາລະນາການຫລຸດຜ່ອນຄວາມເຄັ່ງຕຶງ

(VOVWORLD) - ກອງປະຊຸມກ່ຽວກັບຄວາມໝັ້ນຄົງ - ການເມືອງນີ້ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມເຊິ່ງ ຈໍແດນ ພວມດຳເນີນເພື່ອແນໃສ່ສົມທົບກັບອຳນາດການປົກຄອງ ...
ອິດສະຣາແອນ, ປາແລດສະຕິນ ຈັດກອງປະຊຸມລັບ ເພື່ອພິຈາລະນາການຫລຸດຜ່ອນຄວາມເຄັ່ງຕຶງ - ảnh 1ປະຊາຊົນ ປາແລດສະຕິນ ແລະ ບັນດາກຳລັງ ອິດສະຣາແອນ ໃນການປະທະກັນຢູ່ Nablus ໃນວັນທີ 15/5/2022
(ພາບ: AFP/TTXVN)

ວັນທີ 26 ກຸມພາ, ທີ່ທ່າກ່ຳປັ່ນ Aqada ( ຈໍ້ແດນ) ຢູ່ແຄມທະເລແດງ, ວົງການເຈົ້າໜ້າທີ່ ອິດສະຣາແອນ ແລະ ປາແລດສະຕິນ ໄດ້ເລີ່ມປຶກສາຫາລື ເພື່ອແນໃສ່ຊອກຫາວິທີຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງກະແສຟອງການໃຊ້ຄວາມຮຸນແຮງເພີ່ມທະວີ ອັນໄດ້ກໍ່ຄວາມວິຕົກວັງວົນກ່ຽວກັບຄວາມສ່ຽງເກີດເປັນການປະທະກັນໃນຂອບຂະໜາດກ້ວາງຂວາງກ່ວາ. ນີ້ແມ່ນກອງປະຊຸມລັບທຳອິດລະຫວ່າງບັນດາເຈົ້າໜ້າທີ່ຄວາມໝັ້ນຄົງແຖວໜ້າຂອງ ອິດສະຣາແອນ ແລະ ປາແລດສະຕິນ ພາຍຫຼັງເວລາຫຼາຍປີ, ພ້ອມກັບບັນດາຄູ່ຮ່ວມມືສຳຄັນໃນພາກພື້ນ ເຊິ່ງແມ່ນຈໍ້ແດນ ແລະ ອີຢິບ. ເປັນໜ້າສົນໃຈແມ່ນ, ທ່ານ Brett McGurk, ທີ່ປຶກສາຂອງປະທານາທິບໍດີ ອາເມລິກາ Joe Biden ກໍ່ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

        ເຈົ້າໜ້າທີ່ຂັ້ນສູງຂອງ ຈໍ້ແດນ ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອິດສະຣາແອນ ແລະ ປາແລດສະຕິນ. ເຈົ້າໜ້າທີ່ຜູ້ນີ້ເນັ້ນໜັກວ່າ: ກອງປະຊຸມກ່ຽວກັບຄວາມໝັ້ນຄົງ - ການເມືອງນີ້ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມເຊິ່ງ ຈໍແດນ ພວມດຳເນີນເພື່ອແນໃສ່ສົມທົບກັບອຳນາດການປົກຄອງ ປາແລດສະຕິນ ແລະ ຝ່າຍອື່ນໆ ເພື່ອຢຸດຕິບັນດາມາດຕະການພຽງລຳພັງຝ່າຍດຽວຂອງ ອິດສະຣາແອນ ແລະ ບັ້ນຮົບດ້ານຄວາມໝັ້ນຄົງ ທີ່ມີຄວາມສ່ຽງ ເພີ່ມທະວີການໃຊ້ຄວາມຮຸນແຮງ. ກອງປະຊຸມເຫັນດີເປັນເອກະພາບບັນດາມາດຕະການຄວາມໝັ້ນຄົງ ແລະ ເສດຖະກິດຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ