ອິດສະຣາແອັນ ສືບຕໍ່ບຸກໂຈມຕີໃສ່ສາມັນຊົນທີ່ພວມລໍຖ້າຮັບເຄື່ອງຊ່ວຍເຫຼືອຢູ່ເຂດ ກາຊາ
(VOVWORLD) - ວັນທີ 11 ກໍລະກົດ, ກອງທັບ ອິດສະຣາແອັນ ສືບຕໍ່ຖືກກ່າວຫາວ່າ ໄດ້ດຳເນີນຫຼາຍບັ້ນບຸກໂຈມຕີທີ່ນອງເລືອດເຂົ້າເຂດ ກາຊາ, ໃນນັ້ນ ມີບັນດາສະຖານທີ່ຖ້າຮັບເຄື່ອງຊ່ວຍເຫຼືອມະນຸດສະທຳ, ເຮັດໃຫ້ມີສາມັນຊົນຫຼາຍຄົນເສຍຊີວິດ.
ປະຊາຊົນລໍຖ້າຮັບເຄື່ອງຊ່ວຍເຫຼືອຢູ່ຄ້າຍລີ້ໄພJabalia, ເຂດ ກາຊາ (ພາບ: THX/TTXVN) |
ຕອນຄ່ຳວັນທີ 11 ກໍລະກົດ, ກຳລັງປ້ອງກັນຕົວພົນລະເຮືອນ ປາແລັດສະຕິນ ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ຢູ່ທົ່ວເຂດ ກາຊາ ດຳເນີນໃນມື້ນັ້ນ ໄດ້ເຮັດມີຜູ້ເສຍຊີວິດ 18 ຄົນ ແລະ ນັບສິບຄົນຖືກບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ. ບັ້ນບຸກໂຈມຕີຮ້າຍແຮງທີ່ສຸດ ແມ່ນເຫດທະຫານ ອິດສະຣາແອັນ ຍິງປືນບຸກໂຈມຕີໃສ່ກຸ່ມຄົນຈຳນວນຫຼາຍພວມລໍຖ້າຮັບເຄື່ອງຊ່ວຍເຫຼືອມະນຸດສະທຳຢູ່ທາງທິດຕາເວັນຕົກນະຄອນ Rafah, ສົ້ນໃຕ້ເຂດ ກາຊາ. ເຫດບຸກໂຈມຕີດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະ ນັບສິບຄົນຖືກບາດເຈັບ.
ກອງທັບ ອິດສະຣາແອັນ ຍັງບໍ່ມີຄຳເຫັນກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດໃໝ່ໃນບັນດາບັ້ນບຸກໂຈມຕີດັ່ງກ່າວເທື່ອ.
ບາທີ - ນັກຂ່າວ VOV ປະຈຳ ອີຢິບ