ອິດສະຣາແອນ ອອກຖະແຫຼງການ ເອົາປະຊາມະຕິກ່ຽວກັບຂ້ໍຕົກລົງກັບປາແລດສຕິນ

ອິດສະຣາແອນ ອອກຖະແຫຼງການ ເອົາປະຊາມະຕິກ່ຽວກັບຂ້ໍຕົກລົງກັບປາແລດສຕິນ - ảnh 1
(ພາບປະກອບ)
(vovworld) - ​​ ວັນ​ທີ 02/05, ທ່ານ​ນາ​ຍົກລັດຖະມົນ​ຕີ ອິດສະຣາ​ແອນ Benjamin Netanyahu ​ໃຫ້​ຮູ້​ວ່າ ຖ້າ​ຫາກ​ບັນລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ​ກັບປາ​ແລດ​ສຕິນ, ທ່ານ​ຈະ​ຈັດ​ ​ການ​ເອົາ​ປະຊາ​ມະຕິກ່ຽວ​ກັບ​ທຸກໆມາດຕາ​​ ໃນ​ຂໍ້​ຕົກລົງສັນຕິພາບ​ລະຫວ່າ​ງ 2 ປະ​ເທ​ດ. ການ​ເຈລະຈາ​ສັນຕິພາບ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສຕິນ ຖືກ​ຢຸດ​ສະງັກ 4 ກວ່າປີຜ່ານມາ​ແລ້ວ ​ແຕ່​ບັນຫາເອົາ​ປະຊາ​ມະຕິພັດ​ແມ່ນ​ບັນຫາ​ທີ່​ກໍ​ຄວາມ​ໂຕ​ຖຽງ​ກັນຫຼາຍ ໃນ​ຫາງ​ສຽງ ອິດສະຣາ​ແອນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ມີ​ຄຳ​ເຫັນ​ຖື​ວ່າ ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສຕິນ ​ຄວນ​ໃຫ້ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ອິດສະຣາ​ແອນ ຕັດສິນ ​​ແລະ ຍັງ​ມີ​ຄຳ​ເຫັນ​ຖື​ວ່າ​ ຄວນຈັດ​ການເອົາ​ປະຊາ​ມະຕິເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ອິດສະຣາ​ແອນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ​ນີ້.

       ປີ 2010, ອິດສະຣາ​ແອນ ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ເລື່ອງເອົາ​ປະຊາ​ມະຕິ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂໍ້​ຕົກລົງ​ເອົາ​ດິນ​ແລກ​ເອົາ​ສັນຕິພາບ. ຕາມ​ນັ້ນ​ແລ້ວ, ບໍ່​ວ່າ​ລັດຖະບານ​ໃດ​ຢາກ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ ​ເພື່ອມອບຄືນ​ບັນດາ​ເຂດ​ດິນ​ແດນ​ຢູ່​ທິດຕາ​ເວັດ​ອອກ Jerusalem, ​ເຂດ​ພູ​ພຽງ Golan ຫຼື ບໍ່​ວ່າ​ເຂດ​ດິນ​ແດນ​​ແຫ່ງໃດໆພາຍ​ໃນ​ປະ​ເທດ ອິດສະຣາ​ແອນ ຈະ​ບໍ່​ສາມາດ​ປະຕິບັດ​ໄດ້ ຖ້າ​ຫາກ​ບໍ່​ໄດ້​ຮັບ​ການອະນຸມັດ​ຜ່ານ​ຈາກ​ສະພາ​ແຫ່ງ​ຊາດ ຫຼື ຜ່ານ​ການເອົາ​ປະຊາ​ມະຕິ​ໃນ​ທົ່ວ​ປະ​ເທດ. ການ​ເຄື່ອ​ນ​ໄຫວ​ນີ້​ຂອງ ອິດສະຣາ​ແອນ ຖືກ​ຕີ​ລາຄາ​ວ່າ “​ໄດ້ກໍ​ຄວາມ​ກີດຂວາງ​ໃໝ່ຕື່ມ​ອີກ” ​ໃຫ້​ແກ່​ວິວັດ​ທະນາການ​ສັນຕິພາບ​ຢູ່​​ຕາ​ເວັນ​ອອກ​ກາງ.

ຂ່າວ/ບົດ​ອື່ນ