ອິດສະຣາແອນ ແລະ ປາແລດສະຕີນ ມີຜູ້ໄກ່ເກ່ຍໃນການເຈລະຈາສັນຕິພາບ

ອິດສະຣາແອນ ແລະ ປາແລດສະຕີນ ມີຜູ້ໄກ່ເກ່ຍໃນການເຈລະຈາສັນຕິພາບ - ảnh 1
ພາບປະກອບ

(vovworld) – ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ໄດ້​​ເຫັນ​ດີ​ຕໍ່​ເລື່ອງທ່ານ​ອະດີດ​ເອກອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ຢູ່ ອິດສະຣາ​ແອນ Martin Indyk, ​ເປັນ​ຜູ້​​ໄກ່​ເກ່ຍ​ໃນ​ການ​ເຈ​ລະ​ຈາ​ສັນຕິ​ພາບ​ທີ່​ຈະ​ມາ​ເຖິງ​ຢູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ, ​ແຫ່ງ​ປະ​ເທດ ອາ​ເມ​ລິ​ກາ . ທ່ານ Indyk ​​ເປັນ​ຮອງ​ປະທານ​ທັງ​ເປັນ​ຜູ້ອຳນວຍການ​ຮັບຜິດ​ຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂຶ້ນ​ກັບ​ສະ​ຖາ​ບັນ Brookings ຢູ່ ວໍ​ຊິງ​ຕັນ ​ແລະ ​ເຄີຍ​ເປັນ​ຜູ້​ຊ່ວຍວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຜິດຊອບ​ບັນດາ​ບັນຫາ​​ຕາ​ເວັນ​ອອກ​ໃກ້​ຂອງ​ອຳນາດ​ການ​ປົກຄອງ​​ອະດີດ​ປະທານາທິບໍດີ Bill Clinton. ​ເຖິງ​ແນວ​ນັ້ນ​ກໍ່ຕາມ, ຫາງ​ສຽງ​ຍັງ​ສະ​ແດງ​ຄວາມ​ລະ​ແວງ​ສົງ​ໃສ ກ່ຽວ​ກັບ​ແງ່​ຫວັງ​ຂອງ​ການ​ເຊື່ອມ​ຕໍ່​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ  ຫຼື ຊຳ້ບໍ່​ໜຳ​ຍັງ​ຄັດຄ້ານ​ແຜນການ​ນີ້. ວັນ​ທີ 21/7, ອີຣານ ​ໄດ້ ອອກສຽງ​ຄັດຄ້ານ​​ເລື່ອງເຊື່ອມ​ຕໍ່​​ການ​ເຈລະ​ຈາຕ່າງໆໂດຍ ອາ​ເມ​ລິ​ກາ ​ເປັນ​ຜູ້​​ໄກ່​ເກ່ຍ, ຖື​ວ່າ ອິດສະຣາ​ແອນ ຈະ​ບໍ່​ຖອນ​ອອກ​ຈາກ​ບັນດາ​ເຂດ​ດິນ​ແດນ​ຢືດຄອງ​ຂອງ​ຊາວ ອາຣັບ. ປະຈຸ​ບັນ, ຂະ​ບວນການ​ອ້າຍ​ນ້ອງ ອິດສະ​ລາມ Hamas ​ເຊິ່ງປະຈຸ​ບັນພວ​ມຄວບ​ຄຸມ​ເຂດ Gaza ​ນັ້ນໄດ້​ປະຕິ​ເສດ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ ກັບ ອິດສະຣາ​ແອນ.

ຂ່າວ/ບົດ​ອື່ນ