ອິດສະຣາແອນ ໂຕ້ຕອບ Hamas ພາຍຫຼັງເຫດການ ລອກຈັບຕົວນັກສຶກສາ

ອິດສະຣາແອນ ໂຕ້ຕອບ Hamas ພາຍຫຼັງເຫດການ ລອກຈັບຕົວນັກສຶກສາ - ảnh 1
(ພາບປະກອບ: AFP)

(vovworld) –  ກອງທັບ​ອິດສະຣາ​​ແອນ ​ໄດ້​ຈັບ​ຕົວ​ສະມາຊິກ​ຂອງ​ຂະ​ບວນການ​ອິດສະລາມ Hamas 80 ຄົນ​ຢູ່​ເຂດກາຊາ, ​ໃນ​ນັ້ນ​ມີ​ບັນດາ​ສະມາຊິກ​ຂອງ​ສະພາ​ນິຕິ​ບັດ​ຍັດ​ປາ​ແລດ​ສຕິນ, ​ເພື່ອ​​ແນ​ໃສ່​ໂຕ້​ຕອບ​ການ​ລອກ​ຈັບ​ຕົວນັກ​ສຶກສາ​ອິດສຣາ​ແອນ ​ຫວ່າງ​ແລ້ວ​ນີ້. ອິດສະຣາ​ແອນ ​ສົງ​ໄສ​ວ່າ ນັກ​ສຶກສາ 3 ຄົນ​ຖືກ​ບັນດານັກຮົບ ປາ​ແລດ​ສຕິນ ລອກ​ຈັບ​ຕົວ​ເພື່ອ​ແລກ​ເອົາ​ບັນ​ດາ​ນັກ​ໂທດ​ປາ​ແລດ​ສຕິນ ພວມ​ຖືກ​ກັກ​ຂັງ​ຢູ່​ບັນດາ​ຄຸກ​ຂອງ​ອິດສຣາ​ແອນ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ອຳນາດ​ການ​ປົກຄອງ​ປາ​ແລດ​ສຕິນ ທ່ານ Adnan Dmeiri ​ໄດ້​ກ່າວ​ປະນາມ​ການ​ກະທຳ​ຂອງ ອິດສະຣາ​ແອນ. ທ່ານ Adnan Dmeiri ​ໄດ້​ຕຳ​ນິຕິ​ຕຽນວ່າ ຍາມ​ໃດ​ອິດສະຣາ​ແອນ ກໍ່​ຢາກ​ທຳລາຍ​ບັນດາ​ການ​ພົວພັນ​ກັບປາ​ແລດ​ສຕິນ.

ຂ່າວ/ບົດ​ອື່ນ