ອິດສະຣາແອນກໍ່ສ້າງກຳແພງລຽບຕາມເຂດກາຊາ

ອິດສະຣາແອນກໍ່ສ້າງກຳແພງລຽບຕາມເຂດກາຊາ - ảnh 1
ອິດ​ສະ​ຣາ​ແ​ອນກໍ່​ສ້າງ​ກຳ​ແພງ​ລຽບ​ຕາມ​ເຂດ​ກາ​ຊາ
(ພາບ: AP)

(vovworld) – ຕາມ​ແຫຼ່ງ​ຂ​່າວ​ຈາກ​ໜັງ​ສື​ພິມ Ynet (ອິດ​ສະ​ຣາ​ແອນ), ກອງ​ທັບ ອິດ​ສະ​ຣາ​ແອນ (IDF) ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ລະ​ບົບ​ກຳ​ແພງ​ດ້ວຍ​ເບ​ຕົງ ລຽບ​ຕາມ​ເສັ້ນ​ຊາຍ​ແດນຕິດກັບ​ເຂດ​ກາ​ຊາ, ​ໃນປະ​ຈຸ​ບັນ​ໂດຍ​ຂະ​ບວນ​ການ Hamas ຄ​ວບ​ຄຸມ. ລະ​ບົບ​ກຳ​ແພງເບ​ຕົງ​ດັ່ງ​ກ່າວ​ມີ​ລ​ວງ​ຍາວ 96 ກ.ມ, ຈະ​​ຕັ້ງ​ຜ່ານ​ບັນ​ດາ​ເຂດ​ດິນ​ແດນ​ຕິດ​ກັບ​ເຂດ​ກາ​ຊ​າ ແລະ ​ຄ້າ​ໃຊ້ຈ່າຍ​​ໃນ​ການກໍ່​ສ້າງ ຄາດ​ວ່າປະ​ມານ 531 ລ້ານ USD. ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ, ​ຈຸດ​ປະ​ສົງ​ຂອງ​ໂຄງ​ການນີ້​ແມ່ນເພື່ອ​ແນ​ໃສ່​ສະ​ກ​ັດ​ກັ້ນບັນ​ດ​າ​ໄພ​ນາບ​ຂູ່​ດ້ານຄວາມ​ໝັ້ນ​ຄົງ​ຈາກ ກາ​ຊາ ສຳ​ລັບ​ປະ​ເທດນີ້. ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ອິດ​ສະ​ຣາ​ແອນ Gadi Eisencott ເນັ້ນ​​ໜັກ​ວ່າ, ນີ້​ແມ່ນ​ໂຄງ​ການ​ໃຫຍ່​ທີ່​ສຸດທີ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍໃນ​ປະ​ຫວັດ​ສາດຂອງກອງ​ທັບ​ປະ​ເທດນີ້​.
ຂ່າວ/ບົດ​ອື່ນ