ອິດສະຣາແອນຈັບຕົວຊາວ ປາແລດສະຕີນ ເກືອບ 50 ຄົນ

ອິດສະຣາແອນຈັບຕົວຊາວ ປາແລດສະຕີນ ເກືອບ 50 ຄົນ - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ວັນ​ທີ 22/9, ວົງ​ການ​ເຈົ້າ​ໜ້າ​ທີ ອິດສະຣາ​ແອນ, ​ໃຫ້​ຮູ້​ວ່າ, ຕຳຫຼວດ​ປະ​ເທດ​ນີ້​ໄດ້ ຈັບ​ຕົວ​ຊາວ ປາ​ແລດ​ສະຕີ​ນ​ ເກືອບ 50 ຄົນ​ໃນ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ້ ຈໍ​ແດນ ​ແລະ Jerusalem ຕາ​ເວັນ​ອອກ ​ໃນ 2 ວັນ​ຜ່ານ​ມາ, ​ເລື່ອງ​ເພີ່ມ​ທະວີ​ບັນດາ​ການ​ກະທຳ​ຈັບ​ຕົວ​ຊາວ ປາ​ແລດ​ສະຕີ​ນ ຂອງ​ຕຳຫຼວດ ​ແລະ ທະຫານ ອິດສະຣາ​ແອນ ດຳ​ເນີນ​ໄປ​ໃນ​ສະພາບ​ການທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ ​ແລະ Jerusalem ພວມ​​ເພີ່ມ​ທະວີ​ບັ້ນ​ບຸກ​ໂຈມ​ຕີ​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອິດສະຣາ​ແອນ ​ໃນ​ສັບປະດາ​ຜ່ານ​ມາ. ສະ​ເພາະ​ຄຳ່​ຄືນ​ວັນ​ທີ 20-21/9, ຕຳຫຼວດ​ອິດສະຣາ​ແອນ​ ໄດ້​ຈັບ​ຕົວ 23 ຄົນ​ຢູ່ Jerusalem ຕາ​ເວັນ​ອອກ ແລະ   ຄ້າ​ຍລີ້​ໄພ Shuafat ດ້ວຍ​ຄຳ​ກ່າວ​ຫາ​ວ່າ​ໄດ້ເຂົ້າ​ຮ່ວມ​ການ​ຈະລາຈົນ ​ແລະ ​ແກວ່ງ​ຫີນ “ຕ້ານ​ສາມັນ​ຊົນ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ“.​ໃນ​ຂະນະ​ນັ້ນ, ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ, ບັນດາ​ພົນທະຫານ ອິດສະຣາ​ແອນ ​ໄດ້​ຈັບ​ຕົວ​ຊາວ ປາ​ແລດ​ສະຕີ​ນ ອື່ນອີກ 23 ຄົນ.

ຂ່າວ/ບົດ​ອື່ນ