ອິດສະຣາແອນຕົກລົງ ຢຸດຕິການເຈລະຈາ ກັບປາແລດສະຕິນ


ອິດສະຣາແອນຕົກລົງ ຢຸດຕິການເຈລະຈາ ກັບປາແລດສະຕິນ - ảnh 1

(ພາບ: AFP)

 (vovworld)- ວັນ​ທີ 24/4, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສະຣາ​ແອນ ​ໄດ້​ຕົກລົງຢຸດຕິ​ການ​ເຈລະຈາ​ສັນຕິ​ພາບກັບປາ​ແລດ​ສະຕິ​ນ ​ເພື່ອ​ໂຕ້​ຕອບ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ປາ​ແລດ​ສະຕິ​ນ ​ແລະ ຂະ​ບວນການ​ອິດ​ຊະລາ​ມ Hamas. ນອກຈາກ​ນັ້ນ​ແລ້ວ, Tel aviv ຈະ​ຈັດ​ວາງ​ການ​ລົງ​ໂທດ​ດ້ານເສດຖະກິດທີ່​ມີຕໍ່ ລັດຖະບານ​ປາ​ແລດ​ສະຕິ​ນ ຊື່​ງມີ​ສິດ​ປົກ​ຄອງ​ດ້ວຍ​ຕົງ​ເອງ​ຈຳກັດ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ ​ໂດຍ​ອິດສະຣາ​ແອນ ຍຶດຄອງ.

   ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ການ​ປະຊຸມ​ທີ່​ແກ່ຍາວ 6 ຊົ່ວ​ໂມງ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ຮັບຜິດຊອບ​ວຽກ​ງານປ້ອງ​ກັນ​ຄວາມ​ສະຫງົບຂອງ​ອິດສະຣາ​ແອນ ​ເພື່ອ​ຊັ່ງຊາ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ຄືນ​ຂໍ້​ຕົກລົງ​ໄກ່​ເກ່ຍປອງ​ດອງ​ທີ່​ບັນລຸ​ໄດ້​ລະຫວ່າງ​ສອງ​ຂະ​ບວນການ Fatah ​ແລະ Hamas ຢູ່​ປາ​ແລດ​ສະຕິ​ນ.

   ຂໍ້​ຕົກລົງ​ໄກ່​ເກ່ຍປອງ​ດອງ​ລະຫວ່າງ​ສອງ​ຂະ​ບວນການ Fatah ​ແລະ Hamas ບັນລຸ​ໄດ້​ໃນ​ສະພາບ​ການ​ທີ່​ວິວັດ​ທະ​ນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ໂດຍ ອາ​ເມ​ລິ​ກາ ​ເປັນ​ຄົນ​ກາງມີ​ໄພ​ຖືກ​ປະລາ​ໄຊ​ກ່ອນ​ການ​ກຳນົດ​ເວລາ​ສຸດ​ທ້າຍ​ຄື​ວັນ​ທີ 29/4 ທີ່​ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ