ອິດສະຣາແອນສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດກາຊາ

ອິດສະຣາແອນສືບຕໍ່ບຸກໂຈມຕີທາງອາກາດໃສ່ເຂດກາຊາ - ảnh 1
ພາບປະກອບ

(vovworld) – ວັນ​ທີ 21/8, ບັນດາ​ແຫຼ່ງຂ່າວ​ຂອງ ​ປາ​ແລດ​ສະຕີ​ນ ​ໃຫ້​ຮູ້​ວ່າ: ວັນ​ທີ 21/8, ອິດສະຣາ​ແອນ ​ສືບ​ຕໍ່​ບຸກ​ໂຈມ​ຕີ ທາງ​ອາກາດ​ໃສ່​ສຸສານ​ແຫ່ງ​ໜຶ່ງ​ຢູ່ Sheikh Radwan, ທາງ​ທິດ​ເໜືອ​ນະຄອນ ກາຊາ, ​ເຮັດ​​ໃຫ້​ຊາວ ປາ​​ແລດ​ສະຕີ​ນ 4 ຄົນ​ຖືກ​ເສຍ​ຊີວິດ​​ໃນ​ຂະນະ​ທີ່​ພວມ​ເຂົ້າ​ຮ່ວມ​ພິທີ​ງານ​ສົບ​ຢູ່​ທີ່​ນີ້. ​ໃນ​ຂະນະ​ນັ້ນ, ຕາມ​ກອງທັບ ອິດສະຣາ​ແອນ ​ແລ້ວ, ​ເຂົາ​ເຈົ້າ​ໄດ້​ບຸກ​ໂຈມ​ຕີ 6 ພາກສ່ວນ​ຊາວ ອິດສະ​ລາມ ພວມ​ກະກຽມຂັ້ນ​ຕອນ​ສຸດ​ທ້າຍ​ເພື່ອ​ຍິງ​ລູກ​ຈະ​ຫຼວດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບໍ່​ຮູ້​ວ່າ 2 ​ເຫດການ​ດັ່ງກ່າວ​ກ່ຽວ​ຂ້ອງ​ກັນ​ຫຼື​ບໍ. ​ໃນ​ສະພາບ​ການ​ກ່ຽວຂ້ອງ, ກອງ​ພົນ​ນ້ອຍ Ezzedine al –Qassam, ກຸ່ມ​ປະກອບ​ອາວຸດ​ຂອງ​ຂະ​ບວນການ​ອິ​ດສະ​ລາມ ຮາ​ມາດ, ຮັບ​ຮູ້​ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຳລັງ​ນີ້​ 3 ຄົນໄດ້​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ ອິດສະຣາ​ແອນ ​ໃນ​ຮູ່ງ​ເຊົ້າ​ວັນ​ທີ 21/8 ຢູ່ Rafah, ທາງ​ທິດ​​ໃຕ້​ເຂດ​ກາຊາ.

    ​ຕາມ​ຈຳນວນ​ຕົວ​ເລກ​ສະຖິຕິຫຼ້າ​ສຸດ, ມີ​ປະຊາຊົນ ປາ​​ແລດ​ສະຕິ​ນ 2.200 ຄົນ ​ແລະ ຊາວ ອິດສະຣາ​ແອນ 67 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ນັບແຕ່​​ເລີ່​ມຕົ້ນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ເຂດ ກາຊາ ຂອງ ອິດສະຣາ​ແອນ ​ໃນ​ວັນ​ທີ 8/7 ​ເປັນ​ຕົ້ນ​ໄປ.


ຂ່າວ/ບົດ​ອື່ນ