ອິດສະຣາແອນເລີ່ມຕົ້ນເປີດປະຕູພື້ນຖານເສດຖະກິດຄືນໃຫມ່

(VOVWORLD) -ເລື່ອງຜ່ອນຜັນບັນດາມາດຕະການຈຳກັດ ແມ່ນນອນໃນແຜນການຂອງລັດຖະບານ ອິດສະຣາແອນ ເປີດປະຕູພື້ນຖານເສດຖະກິດດ້ວຍຂອບຂະຫນາດກວ້າງຂວາງກວ່າໃນເດືອນຫນ້າ
ອິດສະຣາແອນເລີ່ມຕົ້ນເປີດປະຕູພື້ນຖານເສດຖະກິດຄືນໃຫມ່ - ảnh 1ພາລະກອນການແພດ ສັກວັນຊີນ ກັນໂຄວິດ 19 ໃຫ້ປະຊາຊົນ ອິດສະຣາແອນ
ພາບ:AFP/TTXVN

ວັນທີ 21 ກຸມພາ ອິດສະຣາແອນ ເປີດປະຕູການເຄື່ອນໄຫວເສດຖະກິດຄືນໃຫມ່ ເມື່ອ ຈຳນວນ 50% ພົນລະເມືອງຂອງປະເທດນີ້ໄດ້ສັກວັນຊີນ ກັນໂຄວິດ 19. ບັນດາຮ້ານຄ້າໄດ້ເປີດປະຕູຕ້ອນຮັບລູກຄ້າ ໃນຂະນະນັ້ນ ບັນດາສະຖານທີ່ບັນເທິງ ໂຮງລະຄອນ ພຽງອະນຸຍາດໃຫ້ຜູ້ໄດ້ສັກວັນຊີນກັນໂຄວິດ 19 ຫລື ຜູ້ໄດ້ຮັບການປິ່ນປົວຫາຍດີເຂົ້າ. ເຖິງຢ່າງໃດກໍຕາມ ບັນດາມາດຕະການແຍກຫ່າງສັງຄົມ ຍັງມີຜົນສັກສິດຢູ່.

          ເລື່ອງຜ່ອນຜັນບັນດາມາດຕະການຈຳກັດນີ້ແມ່ນນອນໃນແຜນການຂອງລັດຖະບານ ອິດສະຣາແອນ ເປີດປະຕູພື້ນຖານເສດຖະກິດດ້ວຍຂອບຂະຫນາດກວ້າງຂວາງກວ່າໃນເດືອນຫນ້າ.

ຕອບກັບ

ຂ່າວ/ບົດ​ອື່ນ