ອິດ​ສ​ະ​ລາ​ແອັນ ເປີດ​ກ້​ວາງບໍ​ລິ​ເວນ​ອົບ​ພະ​ຍົບ​ຊາວ​ປາ​ແລັດ​ສະ​ຕິນ​ຢູ່ ເຂດ ກາ​ຊາ

(VOVWORLD) - ກອງທັບ ອິດສະລາແອັນ ໄດ້ຮຽກຮ້ອງໃຫ້ ຊາວປາແລັດສະຕິນ ເຄື່ອນຍ້າຍໄປຍັງທາງທິດໃຕ້, ໄປຮອດ Rafah ຫຼື ເຂດແຄມທະເລທາງຕິດຕາເວັນຕົກສ່ຽງໃຕ້ ຂອງ ເຂດ ກາຢາ.

ວັນທີ 3 ທັນວາ, ກອງທັບ ອິດສະລາແອັນ ໄດ້ອອກຄຳສັ່ງອົບພະຍົບສຳລັບຫຼາຍເຂດຢູ່ທາງໃນ ແລະ ອ້ອມຂ້າງນະຄອນ Khan Younis ເຊິ່ງແມ່ນນະຄອນໃຫຍ່ອັນດັບທີ 2 ຂອງເຂດ ກາຊາ, ໃນສະພາບການປະເທດນີ້ເປີດກວ້າງບັນດາເຫດບຸກໂຈມຕີລົງສູ່ທາງທິດໃຕ້ ຂອງເຂດດິນແດນແຫ່ງນີ້.

ກອງທັບ ອິດສະລາແອັນ ໄດ້ຮຽກຮ້ອງໃຫ້ ຊາວປາແລັດສະຕິນ ເຄື່ອນຍ້າຍໄປຍັງທາງທິດໃຕ້, ໄປຮອດ Rafah ຫຼື ເຂດແຄມທະເລທາງຕິດຕາເວັນຕົກສ່ຽງໃຕ້ ຂອງ ເຂດ ກາຢາ. ເນື້ອໃນຂອງ ໃບປິວ ຊີ້ແຈ້ງວ່າ ນະຄອນ Khan Younis ແມ່ນເຂດສູ້ຮົບທີ່ອັນຕະລາຍ. ບົດລາຍງານຈາກບັນດາຜູ້ສັງເກດການຂອງ ສປຊ ໃຫ້ຮູ້ວ່າ ພື້ນທີ່ທີ່ ຮຽກຮ້ອງປະຊາຊົນຕ້ອງອອກໄປ ຕາມຄຳສັ່ງອົບພະຍົບ ຫຼ້າສຸດຂອງ ອິດສະລາແອນ ກວມເອົາປະມານ 1/4 ດິນແດນຂອງເຂດ ກາຊາ.

ອິດສະລາແອັນ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງຮ້າຍແຮງ ໃນຕອນຄ່ຳວັນທີ 2 ທັນວາ ແລະ ໃນຕອນເຊົ້າວັນທີ 3 ທັນວາ ຢູ່ເຂດ Khan Younis ແລະ ນະຄອນ Rafah ຢູ່ທາງທິດໃຕ້ຂອງເຂດ ກາຊາ ກໍ່ຄືເຂດທາງທິດເໜືອ ເຊິ່ງແມ່ນ ຈຸດສຸມຂອງບັ້ນບຸກໂຈມຕີທາງອາກາດ ແລະ ທາງບົກຂອງ ອິດສະລາແອັນ. ເຂດ Khan Younis ແລະ ນະຄອນ Rafah ປັດຈຸບັນແມ່ນ ເຂດເຕົ້າໂຮມສາມັນຊົນ ອົບພະຍົບຈາກທາງທິດເໜືອເຂດກາຊາ ນັບແຕ່ເວລາເກີດການປະທະກັນລະຫວ່າງ ອິດສະລາແອັນ ແລະ ຂະບວນການ ອິດສະລາມ ຮາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ